ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມກາຊັກສະຖານທາງລັດຖະກິດ

2022-09-15 11:20:06 cri


ຕອນບ່າຍວັນທີ 14 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໂດຍເຮືອບິນພິເສດໄປເຖິງນະຄອນຫຼວງເນີຊຸດຕານ ເພື່ອຢ້ຽມຢາມສາທາລະນະລັດກາຊັກສະຖານທາງລັດຖະກິດ.

ທ່ານຄາຊິມ ໂຈມາດ ໂທຄາເຢັບ ປະທານາທິບໍດີກາຊັກສະຖານກັບທ່ານມຸກຕາ ຕເລອູເບີດີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງກາຊັກສະຖານ ໄດ້ອອກຕ້ອນຮັບທ່ານສີຈິ້ນຜິງຢ່າງສົມກຽດຢູ່ສະໜາມບິນ.

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ເປັນລາຍລັກອັກສອນ ໂດຍຕາງໜ້າໃຫ້ລັດຖະບານແລະປະຊາຊົນຈີນສົ່ງຄວາມຢື້ຢາມຖາມຂ່າວທີ່ຈິງໃຈແລະ ຄຳອວຍພອນອັນປະເສີດໄປຍັງລັດຖະບານແລະປະຊາຊົນກາຊັກສະຖານ. ເນື້ອໃນຄຳປາໄສຂອງທ່ານສີຈິ້ນຜິງລະບຸວ່າ: ຈີນແລະກາຊັກສະຖານເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີແລະຄູ່ຮ່ວມທີ່ດີ. ສອງປະເທດມີສາຍພູແລະສາຍນ້ຳຕິດຈອດກັນ ແລະມີຊາຕາກຳຮ່ວມກັນ. ໃນ 30 ປີທີ່ຜ່ານມານັບແຕ່ສອງປະເທດໄດ້ສ້າງສາຍພົວພັນທາງການທູດເປັນຕົ້ນມາ, ການພົວພັນລະຫວ່າງສອງປະເທດໄດ້ບັນລຸການພັດທະນາແບບກ້າວກະໂດດ ແລະກ້າວໄປເຖິງລະດັບສູງທີ່ເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນ. ໃນໄລຍະການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຈະພົບປະເຈລະຈາກັບທ່ານປະທານາທິບໍດີໂທຄາເຢັບ, ຮ່ວມກັນວາງແຜນການຮ່ວມມືຢ່າງຮອບດ້ານລະຫວ່າງຈີນກັບກາຊັກສະຖານ. ຂ້າພະເຈົ້າເຊື່ອໝັ້ນວ່າ: ການຢ້ຽມຢາມຄັ້ງນີ້ ແນ່ນອນຈະເພີ່ມແຮງຂັບເຄື່ອນທີ່ແຂງແຮງແລະໃໝ່ອ່ຽມ ເພື່ອຊຸກຍູ້ໃຫ້ສອງປະເທດພັດທະນາຮ່ວມກັນແລະມີຄວາມຈະເລີນຮຸ່ງເຮືອງພ້ອມກັນ.