ນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ 14 ສົ່ງຄຳເຊື້ອເຊີນຜ່ານ CMG ໄປຍັງຊາວໜຸ່ມເຍົາວະຊົນທົ່ວໂລກ “ຍິນດີຕ້ອນຮັບຄົນທັງຫຼາຍມາທ່ຽວສະຖານີອະວະກາດຈີນ”

2022-09-15 19:24:19 CRI

ນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ 14 ສົ່ງຄຳເຊື້ອເຊີນຜ່ານ CMG ໄປຍັງຊາວໜຸ່ມເຍົາວະຊົນທົ່ວໂລກ“ຍິນດີຕ້ອນຮັບຄົນທັງຫຼາຍມາທ່ຽວສະຖານີອະວະ ກາດຈີນ”

 

 

ນັບແຕ່ເລີ່ມດຳເນີນການຮິບໂຮມຮູບແຕ້ມທີ່ມີຫົວຂໍ້ຫຼັກ “ແຕ້ມຮູບກ່ຽວກັບຄວາມຝັນການບິນອະວະກາດຮ່ວມກັນ” ແລະກິດຈະກຳແລກປ່ຽນ “ຄຳຖາມກ່ຽວກັບອະວະ ກາດ” ສຳລັບຊາວໜຸ່ມເຍົາວະຊົນທົ່ວໂລກທີ່ຈັດຂຶ້ນຮ່ວມກັນໂດຍສູນອາຊີອາຟຣີກາຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ແລະຫໍວິທະຍາສາດເຕັກໂນໂລຊີຈີນໃນ ເດືອນມິຖຸນາປີ 2022 ເປັນຕົ້ນມາ, ໄດ້ຮິບໂຮມຜົນງານຮູບແຕ້ມ 600 ກວ່າພາບ ແລະຄຳຖາມກ່ຽວກັບການບິນອະວະກາດພັນກວ່າຂໍ້ຈາກຊາວໜຸ່ມເຍົາວະຊົນຂອງ 20 ກວ່າປະເທດແລະເຂດແຄ້ວນ.ຜົນງານຮູບແຕ້ມແລະຄຳຖາມເຫຼົ່ານີ້ໄດ້ຖືເອົາ “ຄວາມຝັນການບິນອະວະກາດເປັນຫົວຂໍ້ຫຼັກ,ໄດ້ສ່ອງແສງໃຫ້ເຫັນເຖິງຈິນຕະນາການຢ່າງ ອຸດົມສົມບູນຂອງຊາວໜຸ່ມເຍົາວະຊົນຈີນແລະຕ່າງປະເທດກ່ຽວກັບຊີວິດການເປັນຢູ່ໃນອະວະກາດ,ການທ່ອງທ່ຽວໃນຈັກກະວານ, ຄວາມສິວິໄລຂອງຈັກກະວານ, ການນຳໃຊ້ ອະວະກາດໂດຍສັນຕິແລະການສ້າງສາບ້ານເມືອງຢ່າງມີອຸດົມຄະຕິ.

ວັນທີ 15 ກັນຍານີ້, ນັກບິນອະວະກາດ 3 ທ່ານຂອງຈຸບິນຍານອະວະກາດ ບັນທຸກຄົນເສິນໂຈ່ວ 14 ທີ່ກຳລັງປະຕິບັດໜ້າທີ່ຢູ່ສະຖານີອະວະກາດຈີນ, ໄດ້ສົ່ງຄຳ ອວຍພອນຜ່ານ CMG ໄປຍັງຊາວໜຸ່ມເຍົາວະຊົນທີ່ໄດ້ເຂົ້າຮ່ວມການຮິບໂຮມຮູບແຕ້ມທີ່ມີຫົວຂໍ້ຫຼັກ “ແຕ້ມຮູບກ່ຽວກັບຄວາມຝັນການບິນອະວະກາດຮ່ວມກັນ” ແລະກິດຈະກຳການແລກປ່ຽນ “ຄຳຖາມກ່ຽວກັບອະວະກາດ” ຜ່ານທາງວິດີໂອ, ແລະຍິນດີຕ້ອນຮັບຄົນທັງຫຼາຍມາເປັນແຂກຢູ່ສະຖານີອະວະກາດຈີນ!

ນອກນີ້ນັກບິນອະວະກາດຄົນທຳອິດຂອງຈີນຍັງໄດ້ຕອບຄຳຖາມຂອງພວກນ້ອງໆຕ່າງປະເທດກ່ຽວກັບບັນຫາອະວະກາດຕ່າງໆ.

 

(ຜົນງານຮູບແຕ້ມຈາກນັກສຶກສາລາວ)