ທ່ານສີຈິ້ນຜິງພົບປະປະທານາທິບໍດີເບລາຣຸດຊີ

2022-09-16 14:48:21 CRI

 

ຕາມຂ່າວCRI: ຕອນບ່າຍວັນທີ 15 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ພົບປະກັບທ່ານອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີເບລາຣຸດຊີຢູ່ຫໍຮັບແຂກຊາມາຄານຂອງອຸດສະເບກິດສະຖານ. ປະມຸກລັດສອງປະເທດຕົກລົງວ່າ, ຈະຍົກລະດັບການພົວພັນສອງຝ່າຍເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນທຸກສະພາບການ.

 

ທ່ານສີຈິ້ນຜິງຊີ້ອອກວ່າ,ນັບແຕ່ຈີນແລະເບລາຣຸດຊີສ້າງສາຍພົວພັນທາງການທູດເປັນເວລາ 30 ປີມານີ້, ການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກລະດັບແລະມີຄຸນະພາບສູງຂຶ້ນເລື້ອຍໆ, ການຮ່ວມມືທຸກດ້ານໄດ້ຮັບການຂະຫຍາຍຕົວຢ່າງໜັກແໜ້ນ, ກາວພົນພັນລະຫວ່າງຈີນ-ເບລາຣຸດຊີໄດ້ຮັບການກ້າວກະໂດດທີ່ມີລັກສະນະປະຫວັດສາດ. ຈີນຍິນດີຮ່ວມກັບເບລາຣຸດຊີ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ເບລາຣຸດຊີໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ. ຕໍ່ບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງຈີນ, ເບລາຣຸດຊີໄດ້ໃຫ້ການສະໜັບສະໜູນຢ່າງເດັດດ່ຽວແລະສະເໝີຕົ້ນສະເໝີປາຍ, ຈີນໄດ້ຕີລາຄາສູງຕໍ່ເລື່ອງນີ້.

 

ທ່ານອາເລັກຊານເດີ ລຸກາເຊັນໂກກ່າວວ່າ, ສຳລັບເບລາຣຸດຊີແລະປະເທດອື່ນໆຖືວ່າ, ຈີນແມ່ນຄູ່ຮ່ວມເພິ່ງພາອາໄສໄດ້. ເບລາຣຸດຊີຍິນດີຖອດຖອນບົດຮຽນດ້ານການພັດທະນາຂອງຈີນທີ່ໄດ້ປະສົບຜົນສຳເລັດໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີການຮ່ວມມືຕົວຈິງໃນແຕ່ລະຂົງເຂດລະຫວ່າງສອງປະເທດ.