ທ່ານສີຈີ້ນຜິງ ປະທານປະເທດຈີນພົບປະກັບທ່ານອູກນາກິນ ຄູເຣຊູ ປະທານາທິບໍດີປະເທດມົງໂກນ

2022-09-16 17:01:22 cri


ຕອນບ່າຍວັນທີ 15 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ອູກນາກິນ ຄູເຣຊູ ປະທານາທິບໍດີປະເທດມົງໂກນ ຢູ່ຫໍຮັບແຂກຊາມາຄານຂອງອຸດສະເບກີສະຖານ.



ທ່ານສີຈິ້ນຜິງຊີ້ອອກວ່າ, ການພົວພັນຈີນ-ມົງໂກນໄດ້ຮັກສາທ່ວງທ່າພັດທະນາທີ່ດີ, ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໄດ້ຮັບໝາກຜົນຢ່າງຕັ້ງໜ້າ. ຝ່າຍຈີນໄດ້ຖືການພົວພັນລະຫວ່າງຈີນ-ມົງໂກນ ໄວ້ຢູ່ຖານະສຳຄັນ ໃນການພົວພັນທາງການທູດກັບປະເທດໃກ້ຄຽງ, ຍິນດີຮ່ວມກັນເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກັບປະເທດມົງໂກນ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ມົງໂກນກ້າວຂຶ້ນສູ່ລະດັບໃໝ່.


ທ່ານ ອູກນາກິນ ຄູເຣຊູ ກ່າວວ່າ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງມົງໂກນ-ຈີນ ເປັນແບບຢ່າງໃນດ້ານການພົວພັນລະຫວ່າງຊາດ. ປະເທດມົງໂກນ ຈະເດັດດ່ຽວປະຕິບັດຕາມຫຼັກການປະເທດຈີນດຽວ, ເດັດດ່ຽວຄັດຄ້ານປະເທດອື່ນແຊກແຊງວຽກງານພາຍໃນຂອງຈີນ. ຍິນດີຮ່ວມກັນກັບຈີນ ເພີ່ມທະວີການເຊື່ອມໂຍງດ້ານຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ເຊັ່ນ: ເສດຖະກິດການຄ້າ, ທາງລົດໄຟ, ສິ່ງແວດລ້ອມແລະອື່ນໆ.