ເພິ່ນ ເຮັດໃຫ້ “ປ່າໄມ້ທີ່ສະຫງົບນິ້ງ” ກາຍເປັນ “ທະນາຄານສີຂຽວ”

2022-09-16 09:23:05 cri

 

ເດືອນມິຖຸນາປີ 1985, ທ່ານສີຈິ້ນຜິງໄດ້ຖືກຍົກຍ້າຍຈາກເມືອງເຈີ້ງຕິ້ງແຂວງເຫີເປີຍ, ໄປເຮັດວຽກຢູ່ແຂວງຟູຈ້ຽນ ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນ. ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຟູຈ້ຽນເປັນເວລາ 17 ປີເຄິ່ງ, ໂດຍດຳລົງຕຳແໜ່ງທີ່ສຳຄັນຢູ່ນະຄອນເຊ້ຍເມີນ ເຂດນິງເຕີ, ນະຄອນຟູໂຈ່ທີ່ເປັນເທສະບານແຂວງຟູຈ້ຽນ, ຄະນະພັກ ແລະ ອົງການປົກຄອງແຂວງຟູຈ້ຽນຕາມລຳດັບ. ແຂວງຟູຈ້ຽນແມ່ນດ່ານໜ້າໃນການເປີດປະຕູສູ່ພາຍນອກຂອງຈີນ, ມີໂອກາດການພັດທະນາຢ່າງຫຼວງຫຼາຍ, ໃນຂະນະດຽວກັນ ກໍໄດ້ປະສົບກັບບັນຫາຫຍຸ້ງຍາກຕ່າງໆນານາ. ໃນໄລຍະທີ່ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ນຳພາການປະຕິຮູບທີ່ມີລັກສະນະປະດິດສ້າງໃໝ່ຫຼາຍດ້ານໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ການປະຕິຮູບໂຄງປະກອບລັດວິສາຫະກິດ, ການເປີດປະຕູສູ່ພາຍນອກ ແລະ ອື່ນໆ. ຕໍ່ໄປ ແມ່ນເລື່ອງລາວທີ່ທ່ານສີຈິ້ນຜິງນຳພາ ແລະ ຊຸກຍູ້ການປະຕິຮູບຢູ່ແຂວງຟູຈ້ຽນ.

 

ເພິ່ນ ເຮັດໃຫ້ “ປ່າໄມ້ທີ່ສະຫງົບນິ້ງ” ກາຍເປັນ “ທະນາຄານສີຂຽວ”

 

ຄ່ຳຄືນທີ່ງຽບໆມື້ໜຶ່ງໃນປີ 2000, ທ່ານຫຼີຢົງຊິ່ງ ເລຂາໜ່ວຍພັກບ້ານເຈເວີນເມືອງອູຜິງແຂວງຟູຈ້ຽນໄດ້ເອົາ ໄຟສາຍໄລ່ຈັບຜູ້ລັກຕັດຕົ້ນໄມ້ ພ້ອມທັງຮ້ອງໃສ່ວ່າ “ຢຸດ”.

“ໃນຕອນນັ້ນຕົ້ນໄມ້ຢູ່ເທິງພູເປັນຂອງລັດ ບໍ່ມີຜູ້ຄຸ້ມຄອງ, ຕົ້ນໄມ້ຕົ້ນໜຶ່ງສາມາດຂາຍໄດ້ເງິນຊື້ອາຫານເດືອນໜຶ່ງສຳລັບຄອບຄົວທີ່ມີ 3 ຄົນ.” ທ່ານຫຼີຢົງຊິ່ງກ່າວວ່າ, “ຊາວບ້ານບໍ່ມີເງິນແລ້ວກໍໄປຕັດໄມ້ຂາຍ. ຢູ່ເທິງພູບໍ່ມີຕົ້ນໄມ້ແລ້ວ ເມື່ອມີຝົນຕົກລົງມາ ນ້ຳປົນດິນຕົມກໍໄຫຼລົງໄປສູ່ຕີນພູ.”

 

ບັນຫາແບບນີ້ແມ່ນມີຢູ່ຢ່າງຫຼວງຫຼາຍຢູ່ແຂວງຟູຈ້ຽນໃນເວລານັ້ນ. ແຂວງຟູຈ້ຽນຕັ້ງຢູ່ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນ, ມີປ່າໄມ້ຢ່າງຫຼວງຫຼາຍ. ແຕ່ເປັນເວລາດົນນານມາແລ້ວ, ປ່າໄມ້ເປັນຂອງສ່ວນລວມ, ກຳມະສິດບໍ່ຊັດເຈນ, ຈຶ່ງມີກໍລະນີທີ່ຕັດໄມ້ຢ່າງຊະຊາຍ. ນອກນີ້, ຢູ່ເມືອງອູຜິງບໍ່ມີເສັ້ນທາງຄົມມະນາຄົມທີ່ສະດວກ, ເກືອບວ່າບໍ່ມີອຸດສາຫະກຳທີ່ທັນສະໄໝ, ຊາວກະສິກອນດຳລົງຊີວິດຢ່າງທຸກຍາກ, ຈຶ່ງຢາກມີການປ່ຽນແປງຢ່າງຮີບດ່ວນ.

 

ເຮັດແນວໃດຈຶ່ງສາມາດເຮັດໃຫ້ພູຜາປ່າໄມ້ກາຍເປັນຊັບພະຍາກອນ, ນີ້ຄືສິ່ງໜຶ່ງທີ່ທ່ານສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນເອົາໃຈໃສ່ທີ່ສຸດ.

 

ໃນເວລາທີ່ເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນເມື່ອເດືອນມັງກອນປີ 1989, ທ່ານສີຈິ້ນຜິງເຄີຍຂຽນບົດຄວາມທີ່ມີຫົວຂໍ້ວ່າ “ຄວາມຈະເລີນຮຸ່ງເຮືອງຂອງມິນຕຸ່ງຢູ່ກັບ ປ່າໄມ້”. ເນື້ອໃນບົດຄວາມລະບຸວ່າ: ກຳລັງແຮງບົ່ມຊ້ອນຂອງການພັດທະນາເສດຖະກິດຢູ່ມິນຕຸ່ງແມ່ນຂຶ້ນຢູ່ກັບພູຜາ, ຄວາມຈະເລີນຮຸ່ງເຮືອງແມ່ນຂຶ້ນຢູ່ກັບປ່າໄມ້. ເນື້ອໃນບົດຄວາມຍັງລະບຸຕື່ມວ່າ: ປ່າໄມ້ແມ່ນ “ອ່າງເກັບນ້ຳ” “ຄັງເງິນ” ແລະ“ສາງສະບຽງອາຫານ”, ໂດຍມີຄວາມໝາຍວ່າ ການບຳລຸງຮັກສາປ່າໄມ້ທີ່ເປັນ“ອ່າງເກັບນ້ຳ”, ສາມາດບຳລຸງຮັກສາແຫຼ່ງນ້ຳ; ເສີມສ້າງປ່າໄມ້ທີ່ເປັນ “ຄັງເງິນ”, ສາມາດສ້າງຊັບສິນສີຂຽວ; ເພີ່ມພູນຄູນສ້າງປ່າໄມ້ທີ່ເປັນ “ສາງສະບຽງອາຫານ”, ສາມາດໄດ້ຮັບຜະລິດຕະພັນຊີວະພາບ. ຄຳປຽບທຽບ 3 ຢ່າງນີ້ຖືວ່າເປັນໜໍ່ແໜງຂອງແນວຄິດການປະຕິຮູບປ່າໄມ້ ແລະ ແນວຄິດຄວາມສິວິໄລດ້ານນິເວດຂອງທ່ານສີຈິ້ນຜິງ.

 

ທ່ານສີຈິ້ນຜິງໄດ້ສະເໜີຕື່ມວ່າ, ຕ້ອງລົງເລິກການປະຕິຮູບໂຄງປະກອບຂະແໜງການປ່າໄມ້, ຕ້ອງຍຶດໝັ້ນສິດທິທີ່ວ່າ “ຜູ້ໃດສ້າງຂຶ້ນ ຜູ້ໃດມີກຳມະສິດ ຜູ້ນັ້ນໄດ້ຮັບຜົນປະໂຫຍດ” ຢ່າງບໍ່ປ່ຽນແປງໃນໄລຍະຍາວ, ຕ້ອງຍຶດໝັ້ນຕາມຫຼັກການທີ່ສາມາດມອບໂອນໄດ້.

 

ມາດຕະການດັ່ງກ່າວເປັນການປະດິດສ້າງໃໝ່ໃນໄລຍະນັ້ນ. ເຖິງວ່າໃນເວລານັ້ນ ດິນປູກຝັງໄດ້ມອບເໝົາໃຫ້ຄອບຄົວຊາວກະສິກອນແລ້ວກໍຕາມ, ແຕ່ກຳມະສິດຂອງປ່າໄມ້ຍັງຄົງເປັນບັນຫາຫຍຸ້ງຍາກ. ປີ 2001, ແຂວງຟູຈ້ຽນໄດ້ກຳນົດເອົາເມືອງອູຜິງເປັນເມືອງທົດລອງການປະຕິຮູບກຳມະສິດປ່າໄມ້.


ທ່ານຫຼີຢົງຊິ່ງ ເລຂາພັກບ້ານເຈເວີນໃນເວລານັ້ນເຫັນວ່ານີ້ແມ່ນໂອກາດທີ່ດີ, ຈຶ່ງໄດ້ພາຊາວບ້ານດຳເນີນການທົດລອງ. ວັນທີ 30 ທັນວາປີດຽວກັນ, ທ່ານຫຼີກຸ້ຍລິນທີ່ເປັນຊາວບ້ານບ້ານເຈເວີນໄດ້ຮັບໃບຢັ້ງຢືນກຳມະສິດປ່າໄມ້ແບບໃໝ່ສະບັບທຳອິດ.

 



ທ່ານຫຼີກຸ້ຍລິນ ຊາວບ້ານບ້ານເຈເວີນໄດ້ຮັບໃບຢັ້ງຢືນກຳມະສິດປ່າໄມ້ແບບໃໝ່ສະບັບທຳອິດ.


ເຖິງວ່າການປະຕິຮູບກຳມະສິດປ່າໄມ້ໄດ້ແຜ່ຂະຫຍາຍອອກຢູ່ເມືອງອູຜິງແລ້ວກໍຕາມ, ແຕ່ພະນັກງານການນຳຂອງທ້ອງຖິ່ນຍັງມີຄວາມກັງວົນຫຼາຍຢ່າງ, ບ້ານທີ່ເລີ່ມລົງມືເຮັດຢ່າງແທ້ຈິງຍັງບໍ່ຮອດເຄິ່ງໜຶ່ງ, ຊາວບ້ານບໍ່ມີຄວາມໝັ້ນໃຈ ແລະເປັນຫ່ວງວ່າ: ປ່າໄມ້ທີ່ແບ່ງປັນໃຫ້ນັ້ນຈະຖືກເກັບຄືນບໍ່? ເຊິ່ງການປະຕິຮູບຕົກຢູ່ໃນຄວາມຫຍຸ້ງຍາກລຳບາກ.

 

ເມື່ອຮັບຮູ້ຄວາມກັງວົນຂອງຊາວບ້ານ ແລະ ພະນັກງານຂັ້ນຮາກຖານແລ້ວ, ທ່ານສີຈິ້ນຜິງຕົກລົງເຄື່ອນໄຫວສຳຫຼວດຄົ້ນຄວ້າຢູ່ຮາກຖານດ້ວຍຕົນເອງ, ພະຍາຍາມແກ້ໄຂບັນຫາທີ່ໃຫ້ຄອບຄົວຊາວກະສິກອນຮັບເໝົາປ່າໄມ້ ໂດຍຄືກັນກັບການຮັບເໝົາດິນປູກຝັງ, ເພື່ອມອບພູຜາປ່າໄມ້ຄືນໃຫ້ກັບປະຊາຊົນ ແລະ ມອບຜົນປະໂຫຍດຄືນໃຫ້ປະຊາຊົນ. ວັນທີ 20 ມິຖຸນາປີ 2002, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າຢູ່ເມືອງອູຜິງ. ໃນໄລຍະການເຄື່ອນໄຫວ, ທ່ານສີຈິ້ນຜິງໄດ້ໂອ້ລົມກັບຊາວກະສິກອນຢູ່ພາຍໃນບ້ານ, ຖາມເຂົາເຈົ້າວ່າ ມີລາຍຮັບຫຼາຍປານໃດ, ອັດຕາສ່ວນຂອງລາຍຮັບເປັນຄືແນວໃດ ແລະບັນຫາລະອຽດອື່ນໆ. ເມື່ອຮັບຮູ້ວ່າ ໃນຫຼາຍປີຜ່ານມາ ຊາວກະສິກອນບໍ່ໄດ້ຮັບຜົນປະໂຫຍດຈາກພູຜາປ່າໄມ້, ທ່ານສີຈິ້ນຜິງໄດ້ຊີ້ໂດຍກົງຢ່າງຖືກຈຸດວ່າ, ສາເຫດກໍຍ້ອນວ່າກຳມະສິດບໍ່ຊັດເຈນ, ບໍ່ໄດ້ກຳນົດຜູ້ດຳເນີນທຸລະກິດຢ່າງຈະແຈ້ງ, ການແບ່ງປັນຜົນປະໂຫຍດບໍ່ສົມເຫດສົມຜົນ. ບັນຫາແກນກາງໃນການປະຕິຮູບປ່າໄມ້ກໍແມ່ນບັນຫາກຳມະສິດ.

 

ການສຳຫຼວດຄົ້ນຄວ້າຢູ່ເມືອງອູຜິງເທື່ອນີ້ໄດ້ເຮັດໃຫ້ທ່ານສີຈິ້ນຜິງມີຄວາມໝັ້ນໃຈເປັນຢ່າງສູງ. ທ່ານຊີ້ອອກຢ່າງຈະແຈ້ງວ່າ: “ການປະຕິຮູບລະບຽບການກຳມະສິດປ່າໄມ້ລວມໝູ່ຕ້ອງຄືກັນກັບ ລະບຽບການວ່າດ້ວຍການມອບເໝົາການຜະລິດກະສິກຳຕາມຂໍ້ຜູກພັນໃຫ້ຫົວໜ່ວຍຄອບຄົວ, ຫັນຈາກຕີນພູໄປສູ່ເທິງພູ.”

 

ຫຼັງຈາກກຳນົດທິດທາງແລ້ວ, ເມືອງອູຜິງກໍໄດ້ຈັດກອງປະຊຸມວຽກງານປະຕິຮູບທັນທີ.

 

ວັນທີ 29 ສິງຫາປີດຽວກັນ, ບົດລາຍງານກ່ຽວກັບວຽກງານການ “ປະຕິຮູບ ປ່າໄມ້” ເປັນແຕ່ລະໄລຍະ ໄດ້ຖືກສົ່ງໃຫ້ທ່ານສີຈິ້ນຜິງ. ນັບຕັ້ງແຕ່ນັ້ນມາ, ການປະຕິຮູບກ່ຽວກັບລະບຽບການຕັດໄມ້, ກົນໄກລົງທຶນ ແລະລະດົມທຶນເຂົ້າໃນຂະແໜງການປ່າໄມ້, ຮູບການທຸລະກິດ ການໂອນສິດນຳໃຊ້ ແລະອື່ນໆ ຢູ່ແຂວງຟູຈ້ຽນທີ່ເປັນແຂວງໃຫຍ່ດ້ານປ່າໄມ້ກໍໄດ້ເລີ່ມຕົ້ນຂຶ້ນແລ້ວ.

 

ຫຼັງຈາກປະຕິບັດມາດຕະການປະຕິຮູບປ່າໄມ້ ມາເປັນເວລາ 15 ປີ, ພູຜາປ່າໄມ້ຢູ່ແຂວງຟູຈ້ຽນໄດ້ກາຍເປັນສະພາບຄືແນວໃດ? ແລະໄດ້ນຳເອົາຜົນປະໂຫຍດຫຍັງແດ່ມາໃຫ້ຊາວກະສິກອນທີ່ປົກປັກຮັກສາປ່າໄມ້?

 

ເດືອນກັນຍາປີ 2017, ເມືອງອູຜິງຖືກປະກາດໃຫ້ເປັນ “ຮ້ານອົກຊີທຳມະຊາດຂອງຈີນ.” ໃນຕະຫຼອດປີ ມີຈຳນວນມື້ກວມ 99,4% ອາກາດຢູ່ໃນລະດັບດີ, ອຸນຫະພູມສະເລ່ຍຕໍ່ປີແມ່ນ 17-19 ອົງສາ, ອັດຕາປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມເກືອບ 80%. ປະລິມານanionໃນອາກາດຫຼືNAI ເຊິ່ງເປັນຕົວຊີວັດຄຸນນະພາບອາກາດ ສະເລ່ຍແລ້ວມີ 3500 ອັນຕໍ່ຊັງຕີແມັດກ້ອນ, ເທົ່າກັບ 3 ເທົ່າຂອງມາດຕະຖານ “ອາກາດສົດຊື່ນ” ທີ່ອົງການອະນາໄມໂລກກຳນົດໄວ້.

 

ຢູ່ບ້ານເຈເວີນ, ຊາວບ້ານໄດ້ສ້າງຖານປູກຝັງ ແລະ ລ້ຽງສັດໃນປ່າໄມ້ 6 ແຫ່ງ, ເຊັ່ນ:ຖານປູກເຫັດລິ່ນຈື່ສີອິດ、ຖານປູກຟູ້ກຸ້ຍຈື (Ardisia Crenata) ແລະອື່ນໆ, ເຊິ່ງໄດ້ບັນລຸເປົ້າໝາຍທີ່ບໍ່ຕັດໄມ້ກໍສາມາດສ້າງຄວາມຮັ່ງມີໄດ້. ປີ 2017, ຢູ່ເມືອງອູຜິງມີຊາວກະສິກອນປະມານ 3 ໝື່ນຄອບຄົວໄດ້ເຂົ້າຮ່ວມສະຫະກອນຮ່ວມມື, ຍອດມູນຄ່າການຜະລິດຂອງເສດຖະກິດໃນປ່າໄມ້ມີເຖິງ 2ຕື້ 766 ລ້ານຢວນ.

 

ການປະຕິຮູບກຳມະສິດປ່າໄມ້ທີ່ຊຸກຍູ້ໂດຍທ່ານສີຈິ້ນຜິງໄດ້ເຮັດໃຫ້ແຂວງຟູຈ້ຽນທີ່ມີພູຜາປ່າໄມ້ຢ່າງຫຼວງຫຼາຍນັ້ນບັນລຸເປົ້າໝາຍທີ່ “ພູຜາມີກຳມະສິດຢ່າງຊັດເຈນ, ຕົ້ນໄມ້ສາມາດຄົງຕົວຢູ່ໄດ້ຢ່າງໝັ້ນຄົງ, ປະຊາຊົນມີຄວາມໝັ້ນໃຈຢ່າງເຕັມປ່ຽມ”, ເຮັດໃຫ້ “ປ່າໄມ້ທີ່ສະຫງົບນິ້ງ” ກາຍເປັນ “ທະນາຄານສີຂຽວ”.

 

ໃນໄລຍະທີ່ດຳລົງຕຳແໜ່ງຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງຍັງໄດ້ຊີ້ນຳການປະຕິຮູບ “ແຂວງຟູຈ້ຽນດີຈີຕອນ”, ໃນປີ 2002 ເຮັດໃຫ້ປະຊາຊົນສາມາດຈ່າຍຄ່ານ້ຳຄ່າໄຟ ແລະແຈ້ງການສ້ອມແປງບັນຫາທີ່ເກີດຂຶ້ນຢູ່ໃນເຮືອນຜ່ານທາງອິນເຕີເນັດ; ທ່ານຍັງເຮັດໃຫ້ອ້ອຍນຽມກາຍເປັນ “ພືດສ້າງຄວາມຮັ່ງມີ” ຂອງປະຊາຊົນ, ທັງໄດ້ນຳສະເໜີໄປສູ່ຫຼາຍປະເທດໃນອາຟຣິກາ.