ຈັດກິດຈະກຳ “ວັນຈີນ-ອາຊຽນ 2022” ຢ່າງສຳເລັດຜົນ

2022-09-16 16:26:44 cri

      ວັນທີ 14 ກັນຍານີ້, ສູນຈີນ-ອາຊຽນ ແລະ ສະມາຄົມມິດຕະພາບຕໍ່ຕ່າງປະເທດຂອງປະຊາຊົນນະຄອນປັກກິ່ງໄດ້ຮ່ວມກັນຈັດກິດຈະກຳ “ວັນຈີນ-ອາຊຽນ 2022”. ທ່ານ ເສີນເຕີໄຫ ເລຂາທິການໃຫຍ່ສູນຈີນ-ອາຊຽນ, ທ່ານນາງ ເຄກ ໄຄມິລາຍ ຊີໂຊດາ ເອກອັກຄະຣາຊະທູດກຳປູເຈຍປະຈຳຈີນ, ທ່ານນາງ ຊິນ ມາ ຮິດເວ ທູດຊົ່ວຄາວຂອງສະຖານທູດມຽນມາປະຈຳຈີນ, ທ່ານ ດີໂນ ຄຸສນາດີ ຮອງຫົວໜ້າສະຖານທູດອິນໂດເນເຊຍປະຈຳຈີນ, ທ່ານ ທອງສະຫວັນ ເພຍເທບ ຮອງຫົວໜ້າສະຖານທູດລາວປະຈຳຈີນ, ທ່ານ ຊານມູການ ສຸບຣາມານຽມ ຮອງຫົວໜ້າສະຖານທູດມາເລເຊຍປະຈຳຈີນ, ທ່ານນາງ ຈານ ຊຸຢິນ ຕຣັກ ຮອງຫົວໜ້າສະຖານທູດສິງກະໂປປະຈຳຈີນ, ທ່ານ ຊິດຕິຄອນ ຈານຕາດານຊູວານ ທີ່ປຶກສາສະຖານທູດໄທປະຈຳຈີນ, ທ່ານ ຟ່າງຮົງ ຮອງຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນແລະທ່ານອື່ນໆ, ພ້ອມດ້ວຍເຈົ້າໜ້າທີ່ການຕ່າງປະເທດຂອງສະຖານທູດ 10 ປະເທດສະມາຊິກອາຊຽນປະຈຳຈີນ ແລະ ຜູ້ຕາງໜ້າຈາກວົງການຕ່າງໆເຊັ່ນ: ກະຊວງການສຶກສາຈີນ,ສະມາຄົມສົ່ງເສີມການຄ້າຈີນ,ກະຊວງແລະຄະນະກຳມະການອື່ນໆ,ອົງການ,ມະຫາວິທະຍາໄລ,ວິສາຫະກິດ,ສື່ມວນຊົນລວມທັງໝົດ 120 ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

      ໃນກິດຈະກຳຄັ້ງນີ້,ໄດ້ວາງສະແດງສິລະປະວັດທະນະທຳທີ່ມີຫຼາກຫຼາຍສີສັນຂອງຈີນແລະອາຊຽນ,ອາຫານທີ່ມີເອກະລັກພິເສດຂອງນະຄອນປັກກິ່ງ,ນະຄອນປິ່ນໂຈ່ວຂອງຈີນກໍຄື 10 ປະເທດສະມາຊິກອາຊຽນ. ນັກສິລະປິນແລະເພື່ອນມິດທັງຫຼາຍຂອງຈີນແລະອາຊຽນໄດ້ສະແດງບົດຟ້ອນທີ່ດີເລີດ,ຮ້ອງເພງ,ເຄື່ອງເສບດົນຕີ,ອູຊູ້,ຮູບແຕ້ມດ້ວຍເມັດຊາຍແລະການສະແດງອື່ນໆ. ບັນດາແຂກຜູ້ມີກຽດຍັງໄດ້ຊົມການວາງສະແດງຮູບພາບເສັ້ນຜ່າໃຈກາງປັກກິ່ງ, ແກະສະຫຼັກເສັ້ນຜ່າໃຈກາງດ້ວຍໝາກໄມ້, ການເຮັດເສືອດ້ວຍຜ້າຂອງປິ່ນໂຈ່ວ, ການແຕ້ມຮູບໃສ່ຕຸກກະຕາດິນໜຽວແລະລາຍການສຳຜັດກັບມໍລະດົກວັດທະນະທຳນາມມະທຳປະເພດອື່ນໆ.ເພື່ອນມິດຈາກວົງການຕ່າງໆໄດ້ແລກປ່ຽນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ,ຊົມໃຊ້ງານມະໂຫລານວັດທະນະທຳຮ່ວມກັນ,ເພື່ອສ້າງອະນາຄົດທີ່ສວຍງາມແຫ່ງການພົວພັນລະຫວ່າງຈີນ-ອາຊຽນ.