ທ່ານ ສີຈິ້ນຜິງ ພົບປະກັບທ່ານ ອິບຣາຮິມ ໄຣສ໌ ປະທານາທິບໍດີອີຣານ, ທ່ານ ຣີເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍ ແລະ ທ່ານ ມຸຮາມມັດ ຊາບາສ໌ ຊາຣິຟ ນາຍົກລັດຖະມົນຕີປາກິສະຖານ

2022-09-16 16:55:41 cri

      ຕອນເຊົ້າວັນທີ 16 ກັນຍານີ້ຕາມເວລາທ້ອງຖິ່ນ, ຢູ່ຫໍຮັບແຂກຊາມາຄານຂອງອຸດສະເບກິດສະຖານ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານອິບຣາຮິມ ໄຣສ໌ ປະທານາທິບໍດີອີຣານ, ທ່ານ ຣີເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍ ແລະ ທ່ານ ມຸຮາມມັດ ຊາບາສ໌ ຊາຣິຟ ນາຍົກລັດຖະມົນຕີປາກິສະຖານ.

      ໃນເວລາພົບປະກັບທ່ານ ອິບຣາຮິມ ໄຣສ໌ ປະທານາທິບໍດີອີຣານ, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຊົມເຊີຍອີຣານຈະເຂົ້າຮ່ວມເປັນສະມາຊິກອົງການຮ່ວມມືຊຽງໄຮຢ່າງເປັນທາງການ,ຍິນດີເພີ່ມທະວີການປະສານງານແລະຮ່ວມມືກັນພາຍໃຕ້ຂອບອົງການຮ່ວມມືຊຽງໄຮ. ຍິນດີຮ່ວມກັບຝ່າຍອີຣານຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບຄວາມຄືບໜ້າອັນໃໝ່ຢ່າງບໍ່ຢຸດຢັ້ງ.

      ທ່ານ ອິບຣາຮິມ ໄຣສ໌ ກ່າວວ່າ: ອີຣານຍິນດີລົງເລິກການຮ່ວມມືກັບຝ່າຍຈີນ,ຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ.

      ໃນເວລາພົບປະກັບທ່ານ ຣີເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍ, ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນຍິນດີຮ່ວມກັບຝ່າຍຕູຣາເຄຍ,ຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຂະຫຍາຍຕົວແລະກ້າວຂຶ້ນສູ່ລະດັບທີ່ສູງກວ່າເກົ່າ. ທ່ານ ຣີເຊັບ ຕາຢິບ ເອີໂດການ ກ່າວວ່າ: ຕວກກີຍິນດີຮ່ວມກັບຝ່າຍຈີນຊຸກຍູ້ການຮ່ວມມືດ້ານການຄ້າສອງຝ່າຍ,ການລົງທຶນແລະອື່ນໆໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ.

      ໃນເວເລາພົບປະກັບທ່ານ ມຸຮາມມັດ ຊາບາສ໌ ຊາຣິຟ ນາຍົກລັດຖະມົນຕີປາກິສະຖານ, ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນຍິນດີຮ່ວມກັບຝ່າຍປາກິສະຖານຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນທຸກເວລາລະຫວ່າງສອງປະເທດໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າ,ເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳຈີນ-ປາກິສະຖານທີ່ມີຄວາມແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່. ທ່ານ ມຸຮາມມັດ ຊາບາສ໌ ຊາຣິຟ ກ່າວວ່າ: ປາກິສະຖານຍິນດີຮ່ວມກັບຈີນຊຸກຍູ້ການຂະຫຍາຍການພົວພັນລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່.