ວິສາຫະກິດ 1.600 ກວ່າແຫ່ງຈະເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 19

2022-09-16 16:57:53 cri


ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ແລະກອງປະຊຸມສຸດຍອດການຄ້າການລົງທຶນຈີນ-ອາຊຽນຄັ້ງທີ 19 ທີ່ຈັດຂຶ້ນໃນວັນທີ 15 ກັນຍານີ້ແຈ້ງຂ່າວວ່າ, ຈະມີວິສາຫະກິດ 1653 ແຫ່ງເຂົ້າຮ່ວມງານວາງສະແດງຄັ້ງນີ້ຜ່ານທາງອອຟລາຍ, ຄາດວ່າ, ວິສາຫະກິດທີ່ເຂົ້າຮ່ວມງານຜ່ານທາງອອນລາຍ ຈະຫຼາຍກວ່າ 2.000 ແຫ່ງ.



ໃນກອງປະຊຸມຖະແຫຼງຂ່າວ, ທ່ານອູເຈີ້ງພີງ, ຫົວໜ້າກົມວຽກງານພັດທະນາການຄ້າກັບຕ່າງປະເທດຂອງກະຊວງການຄ້າຈີນໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ໂດຍປິ່ນອ້ອມຫົວຂໍ້ “ຊົມໃຊ້ໂອກາດໃໝ່ຈາກ RCEP ຮ່ວມກັນ, ຊ່ວຍຊຸກຍູ້ການສ້າງເຂດການຄ້າເສລີຈີນ-ອາຊຽນລະດັບ 3,0”, ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.


ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ແລະກອງປະຊຸມສຸດຍອດການຄ້າການລົງທຶນຈີນ-ອາຊຽນຄັ້ງທີ 19 ຈະຈັດຂຶ້ນຢູ່ນະຄອນໜານນີງເຂດກວາງຊີຈີນລະຫວ່າງວັນທີ 16 ຫາ 19 ກັນຍານີ້.