
ວັນທີ 16 ກັນຍານີ້, ອົງການສະຖິຕິສະຫະພາບເອີຣົບໄດ້ເປີດເຜີຍຕົວເລກຂໍ້ມູນຫຼັງການກວດສອບ ໂດຍສະແດງໃຫ້ເຫັນວ່າ, ອັດຕາເງິນເຟີ້ຂອງ 19 ປະເທດໃນເຂດໃຊ້ເງິນເອີໂຣໃນເດືອນສິງຫາຜ່ານມາແມ່ນ 9,1%, ອັດຕາເງິນເຟີ້ຂອງ 27 ປະເທດສະມາຊິກສະຫະພາບເອີຣົບແມ່ນ 10,1%, ລ້ວນແຕ່ສູງກວ່າຕົວເລກຂອງເດືອນຜ່ານມາ.
ໃນບັນດາປະເທດສະມາຊິກສະຫະພາບເອີຣົບ, ໃນເດືອນສິງຫາຜ່ານມາ, ອັດຕາເງິນເຟີ້ຕ່ຳສຸດແມ່ນຝຣັ່ງ, ສູງສຸດຍັງຄົງແມ່ນ 3 ປະເທດອ້ອມທະເລບານຕິກ ຄື: ລັດເວຍ, ອານຊານີ ແລະ ລິດຕົວນີ, ອັດຕາເງິນເຟີ້ໃນເດືອນສິງຫາຂອງ 3 ປະເທດດັ່ງກ່າວລ້ວນແຕ່ຫຼາຍກວ່າ 20%.