ທ່ານສີຈິ້ນຜິງ ເດີນທາງຄືນຮອດນະຄອນຫຼວງປັກກິ່ງແລ້ວ

2022-09-17 16:04:05 cri


ຕອນທ່ຽງຄືນວັນທີ 16 ກັນຍາ 2022, ພາຍຫຼັງເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້, ແລະສິ້ນສຸດການຢ້ຽມຢາມທາງລັດຖະກິດຕໍ່ກາຊັກສະຖານ ແລະ ອຸດສະເບກິດສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງຄືນຮອດນະຄອນຫຼວງປັກກິ່ງ.

ຕອນບ່າຍຂອງວັນດຽວກັນ, ພາຍຫຼັງສິ້ນສຸດການເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນຊາມາຄານ ປະເທດອຸດສະເບກິດສະຖານ, ທ່ານສີຈິ້ນຜິງ ໄດ້ໄປສະໜາມບິນໂດຍກົງຈາກສະຖານທີ່ຈັດກອງປະຊຸມ ແລະເດີນທາງກັບຄືນປະເທດດ້ວຍເຮືອບິນພິເສດ.