ການຮ່ວມມືສື່ມວນຊົນລະຫວ່າງຈີນກັບອາຊຽນຕ້ອນຮັບຍຸກໃໝ່

2022-09-17 16:39:14 CRI

ກອງປະຊຸມເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2022 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ະລຫວ່າງວັນທີ 14 ຫາ 15 ກັນຍານີ້. ເຈົ້າໜ້າທີ່ພາກລັດ ແລະ ເອກະຊົນໃນວົງການສື່ມວນຊົນຈາກຈີນແລະປະເທດສະມາຊິກຕ່າງໆຂອງອາຊຽນ ໄດ້ເຕົ້າໂຮມກັນເຂົ້າຮ່ວມຜ່ານທາງອອນລາຍ ແລະ ອັອຟລາຍ ໂດຍດຳເນີນການກ່າວປາຖະກະຖາ, ການຄົ້ນຄວ້າປຶກສາຫາລື ພາຍໃຕ້ຫົວຂໍ້ຫຼັກ ແລະ ເປີດເຜີຍຜົນງານການຮ່ວມມືດ້ານສື່ມວນຊົນລະຫວ່າງສອງຝ່າຍ.

ໃນຮອບ 30 ກວ່າປີພາຍຫຼັງຈີນ ແລະ ອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາເປັນຕົ້ນມາ, ສອງຝ່າຍໄດ້ຮັກສາການພົວພັນຮ່ວມມື ບົນຈິດໃຈມິດຕະພາບ ແລະ ສະໜິດແໜ້ນຢ່າງສະເໝີຕົ້ນສະເໝີປາຍ. ໃນຊຸມປີຜ່ານມາ, ການຮ່ວມມືຕົວຈິງລະຫວ່າງສອງຝ່າຍໄດ້ຮັບໝາກຜົນອັນອຸດົມສົມບູນ. ປັດຈຸບັນນີ້, ຈີນ ແລະ ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນ., ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນ 100 ເທົ່າ ເມື່ອທຽບໃສ່ 30 ປີກ່ອນ, ການລົງທຶນໂດຍກົງລະຫວ່າງສອງຝ່າຍລວມມີຫຼາຍກວ່າ 310 ຕື້ໂດລາສະຫະລັດ. ຢູ່ບົນພື້ນຖານດັ່ງກ່າວ, ຈີນ ແລະ ອາຊຽນໄດ້ເປີດສາຍພົວພັນຄູ່ຍຸດທະສາດຮອບດ້ານໃນປີ 2022 ນີ້, ການຮ່ວມມືລະຫວ່າງຈີນ ແລະ ອາຊຽນ ກໍໄດ້ຕ້ອນຮັບໂອກາດໃໝ່ ແລະ ຂຽນໜ້າປະຫວັດສາດໃໝ່.



ໃນຫຼາຍສິບປີຜ່ານມາ, ສູນອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບສື່ມວນຊົນ 100 ກວ່າແຫ່ງຂອງປະເທດສະມາຊິກອາຊຽນ ໄດ້ສ້າງການພົວພັນຮ່ວມມືໃນຫຼາຍຮູບແບບ. ໃນເວລາທາງລົດໄຟລາວ-ຈີນເປີດນຳໃຊ້ຢ່າງເປັນທາງການໃນປີ 2021 ເປັນຕົ້ນມາ, ສື່ມວນຊົນຫຼາຍແຫ່ງຂອງລາວ ແລະ ຈີນຮ່ວມມືກັນດຳເນີນການຖ່າຍທອດສົດ ເພື່ອເຮັດໃຫ້ປະຊາຊົນລາວ ແລະ ຈີນສາມາດສຳຜັດກັບບັນຍາກາດອັນຄຶກຄື້ນໃນວັນດັ່ງກ່າວ. ໃນປີ 2022 ນີ້, ຢູ່ຫຼາຍປະເທດສະມາຊິກອາຊຽນໄດ້ຈັດກິດຈະກຳ “ການແຂ່ງຂັນວິດີໂອສັ້ນຊາວໜຸ່ມ” ໂດຍໄດ້ດຶງດູດຊາວໜຸ່ມອາຊຽນຈຳນວນຫຼວງຫຼາຍເຂົ້າຮ່ວມ. ໃນຕອນຄ່ຳວັນີ 15 ກັນຍານີ້, ສູນອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກິດຈະກຳ “ການສົນທະນາກັນລະຫວ່າງພາກພື້ນດິນກັບອະວະກາດ” ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ນັກບິນອະວະກາດ 3 ທ່ານຂອງຈຸບິນຍານອະວະກາດບັນຸກຄົນເສິນໂຈ່ວ 14 ທີ່ກຳລັງປະຕິບັດໜ້າທີ່ຢູ່ສະຖານີອະວະກາດຈີນ ໄດ້ຕອບຄຳຖາມຂອງໄວໜຸ່ມເຍົາວະຊົນປະເທດຕ່າງໆ ກ່ຽວກັບການບິນອະວະກາດ ແລະ ໄດ້ຍິນດີຕ້ອນຮັບໄວໜຸ່ມເຍົາວະຊົນຂອງປະເທດຕ່າງໆໃນໂລກ ມາເປັນແຂກຢູ່ສະຖານີອະວະກາດຈີນ. ນອກນີ້, ຜົນງານດີເດັ່ນຂອງນ້ອງນ້ອຍຈາກບັນດາປະເທດສະມາຊິກອາຊຽນໃນກິດຈະກຳການຮິບໂຮມຮູບແຕ້ມທີ່ມີຫົວຂໍ້ “ແຕ້ມຮູບກ່ຽວກັບຄວາມຝັນການບິນອະວະກາດຮ່ວມກັນ” ນັ້ນຍັງຈະຖືກສົ່ງໄປສະຖານີອະວະກາດຈີນ ເພື່ອວາງສະແດງຕໍ່ບັນດາປະເທດໃນໂລກ.



ໃນກອງປະຊຸມລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: ຈີນ ແລະ ອາຊຽນສ້າງຕັ້ງສາຍພົວພັນຄູ່ຍຸດທະສາດຮອບດ້ານ ເປັນຂີດໝາຍໃໝ່ຂອງສາຍພົວພັນລະຫວ່າງສອງຝ່າຍໃນປະຫວັດສາດ. ໃນຖານະເປັນພາກສ່ວນທີ່ສຳຄັນໃນການຮ່ວມມືລະຫວ່າງຈີນແລະອາຊຽນ, ການຮ່ວມມືດ້ານສື່ມວນຊົນລະຫວ່າງສອງຝ່າຍ ກໍໄດ້ຕ້ອນຮັບແຜນຜັງທີ່ມີຈຸດເລີ່ມສູງກວ່າເກົ່າ, ມີສາຍຕາກວ້າງກວ່າເກົ່າ ແລະ ມີຄວາມດີງາມກວ່າເກົ່າ.