ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດວ່າດ້ວຍການຄ້າແລະການລົງທຶນຈີນ-ອາຊຽນຄັ້ງທີ 19 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 16 ກັນຍານີ້, ທ່ານອິສມາຍ ຊາບຣີ ຢາກັອບ ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວຄຳປາໄສໃນພິທີໄຂງານໂດຍຜ່ານທາງວິດີໂອ.
ທ່ານອິສມາຍ ຊາບຣີ ຢາກັອບກ່າວວ່າ: ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ສ້າງໂອກາດໃໝ່ຢ່າງຫຼວງຫຼາຍ ເຊິ່ງຈະຊຸກຍູ້ການພັດທະນາຂອງວິສາຫະກິດໃນພາກພື້ນ, ປັບປຸງຕ່ອງໂສ້ການສະໜອງຂ້າມຊາດໃຫ້ດີຂຶ້ນ, ບັນລຸໃຫ້ເຄືອຂ່າຍການຜະລິດມີຫຼາກຫຼາຍຮູບແບບ ແລະ ຈະເຊື່ອມຕໍ່ກັບການຟື້ນຕົວຄືນແລະການເຕີບໂຕຂອງເສດຖະກິດທົ່ວໂລກຢ່າງແໜ້ນແຟ້ນ. ທ່ານຮຽກຮ້ອງໃຫ້ເພີ່ມທະວີບົດບາດການເປັນເຄື່ອງມືຫຼັກຂອງ RCEP ໃນການຟື້ນຟູເສດຖະກິດຂອງອາຊຽນ.
ທ່ານອິສມາຍ ຊາບຣີ ຢາກັອບກ່າວຕື່ມວ່າ: ມາເລເຊຍຫວັງວ່າ, ຈະເພີ່ມທະວີການໄປມາຫາສູ່ກັນດ້ານການຄ້າລະຫວ່າງມາເລເຊຍ-ຈີນຕື່ມອີກ. ມາເລເຊຍໄດ້ເປັນປະເທດກິດຕິມະສັກອີກຄັ້ງໜຶ່ງຕາມການເຊື້ອເຊີນ, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ຈະສືບຕໍ່ສ້າງໂອກາດໃຫ້ແກ່ວົງການອຸດສາຫະກຳການຄ້າມາເລເຊຍ, ຊຸກຍູ້ການເຕີບໂຕດ້ານການຄ້າ ແລະ ເລັ່ງລັດການຟື້ນຕົວຄືນຂອງເສດຖະກິດ.