ນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ-14 ຈະປະຕິບັດກິດຈະກຳນອກຍານເປັນຄັ້ງທີ 2

2022-09-17 16:44:04 CRI

ແຫຼ່ງຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ: ນັກບິນອະວະກາດຂອງຈຸບິນຍານອະວະກາດເສີນໂຈ່ວ-14 ຈະປະຕິບັດກິດຈະກຳຢູ່ນອກຍານເປັນຄັ້ງທີ 2 ໃນມໍ່ໆນີ້.

ນັບແຕ່ໄດ້ປະຕິບັດກິດຈະກຳຢູ່ນອກຍານຄັ້ງທຳອິດຢ່າງປະສົບຜົນສຳເລັດທີ່ຈົບງາມເມື່ອວັນທີ 2 ກັນຍາປີນີ້ເປັນຕົ້ນມາ, ຈຸບິນຂອງຍານອະວະກາດເສີນໂຈ່ວ-14 ໄດ້ສຳເລັດວຽກງານຕ່າງໆ ເຊັ່ນ: ການຟື້ນຟູກິດຈະກຳນອກຍານ, ການທົດສອບ-ຄວບຄຸມແຂນກົນ ແລະ ການກະກຽມການປະຕິບັດກິດຈະກຳຢູ່ນອກຍານຄັ້ງທີ 2, ນອກນີ້ຍັງໄດ້ດຳເນີນໂຄງການທົດລອງວິທະຍາສາດຢູ່ອະວະກາດຢ່າງຕໍ່ເນື່ອງ ເຊັ່ນ: ການຄົ້ນຄວ້າວັດສະດຸອະວະກາດ ແລະ ການບົ່ມເພາະພືດຊັ້ນສູງ.

ປັດຈຸບັນ, ຈຸບິນຍານອະວະກາດເສີນໂຈ່ວ-14 ມີສະພາບດີທຸກປະການ, ສະຖານີອະວະກາດເຄື່ອນໄຫວຢ່າງໝັ້ນທ່ຽງ ແລະ ມີເງື່ອນໄຂທີ່ດີໃນການປະຕິບັດກິດຈະກຳຢູ່ນອກຍານ.