ເລື່ອງລາວຂອງທ່ານສີຈິ້ນຜິງ ຜູ້ນຳພາການປະຕິຮູບ ພາກທີ 7:ເພິ່ນໄດ້ນຳພາການຮ່ວມກັນສ້າງ ແລະ ຮ່ວມກັນຊົມໃຊ້ “ຟູຈ້ຽນດີຈີຕອນ”

2022-09-17 09:40:26 cri

ເດືອນມິຖຸນາປີ 1985, ທ່ານສີຈິ້ນຜິງໄດ້ຖືກຍົກຍ້າຍຈາກເມືອງເຈີ້ງຕິ້ງແຂວງເຫີເປີຍ, ໄປເຮັດວຽກຢູ່ແຂວງຟູຈ້ຽນ ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນ. ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຟູຈ້ຽນເປັນເວລາ 17 ປີເຄິ່ງ, ໂດຍດຳລົງຕຳແໜ່ງທີ່ສຳຄັນຢູ່ນະຄອນເຊ້ຍເມີນ ເຂດນິງເຕີ, ນະຄອນຟູໂຈ່ທີ່ເປັນເທສະບານແຂວງຟູຈ້ຽນ, ຄະນະພັກ ແລະ ອົງການປົກຄອງແຂວງຟູຈ້ຽນຕາມລຳດັບ. ແຂວງຟູຈ້ຽນແມ່ນດ່ານໜ້າໃນການເປີດປະຕູສູ່ພາຍນອກຂອງຈີນ, ມີໂອກາດການພັດທະນາຢ່າງຫຼວງຫຼາຍ, ໃນຂະນະດຽວກັນ ກໍໄດ້ປະສົບກັບບັນຫາຫຍຸ້ງຍາກຕ່າງໆນານາ. ໃນໄລຍະທີ່ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ນຳພາການປະຕິຮູບທີ່ມີລັກສະນະປະດິດສ້າງໃໝ່ຫຼາຍດ້ານໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ການປະຕິຮູບໂຄງປະກອບລັດວິສາຫະກິດ, ການເປີດປະຕູສູ່ພາຍນອກ ແລະ ອື່ນໆ. ຕໍ່ໄປແມ່ນເລື່ອງລາວທີ່ທ່ານສີຈິ້ນຜິງນຳພາ ແລະ ຊຸກຍູ້ການປະຕິຮູບຢູ່ແຂວງຟູຈ້ຽນ.

 

ເພິ່ນໄດ້ນຳພາການຮ່ວມກັນສ້າງ ແລະ ຮ່ວມກັນຊົມໃຊ້ “ຟູຈ້ຽນດີຈີຕອນ”

 

ໃນສູ່ມື້ນີ້, ການໃຊ້ໂທລະສັບມືຖືລົມກັບຄອບຄົວໝູ່ເພື່ອນ ຈ່າຍຄ່າໄຟຄ່ານ້ຳ, ຄວບຄຸມເຄື່ອງໃຊ້ໄຟຟ້າໃນເຮືອນຜ່ານທາງໄກ, ນຳໃຊ້ການບໍລິການຂອງທະນາຄານແລະອື່ນໆໃນທຸກເວລາແລະ ທຸກສະຖານທີ່ຜ່ານອິນເຕີເນັດ, ໄດ້ກາຍເປັນເລື່ອງປົກກະຕິທີ່ສຸດຂອງຄອບຄົວປະຊາຊົນຈີນ. ແຕ່ໃນຊຸມປີ 1990, ນີ້ແມ່ນເລື່ອງທີ່ຄົນສ່ວນຫຼາຍບໍ່ສາມາດຄາດຄິດໄດ້. ເພາະວ່າໃນເວລານັ້ນ, ຢູ່ສະຖາບັນການສຶກສາຊັ້ນສູງຫຼາຍແຫ່ງຂອງຈີນຫາກໍເລີ່ມສອນຫຼັກສູດຄອມພິວເຕີລະດັບປະລິນຍາຕີ, ໂດຍເລີ່ມຈາກການພິມໜັງສືຂັ້ນພື້ນຖານທີ່ສຸດ. ຄຳວ່າ “ດີຈີຕອນ” ໝາຍເຖິງການຄິດໄລ່ຕົວເລກແບບທຳມະດາຢູ່ໃນໃຈຂອງຊາວຈີນ. 

ກ່ອນວັນຊາດຈີນ ວັນທີ 1 ຕຸລາປີ 2000, ທ່ານສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ຮັບ “ໃບສະເໜີໂຄງການ ຟູຈ້ຽນດີຈີຕອນ” ທີ່ສະເໜີໂດຍທ່ານຫວາງຊິ່ນໝິນ ຮອງອະທິການບໍດີມະຫາວິທະຍາໄລຟູໂຈ່ທີ່ຫາກໍກັບມາຈາກຕ່າງປະເທດ.

ຕອນນັ້ນ, ໂຮງຮຽນມັດຖະຍົມຫຼາຍແຫ່ງຢູ່ຈີນຫາກໍເລີ່ມສອນຄອມພິວເຕີ ທີ່ເລີ່ມຈາກຄວາມຮູ້ພື້ນຖານ. ດີຈີຕອນ ແມ່ນເຖິງຕົວເລກເທົ່ານັ້ນໃນໃຈຂອງຄົນຈີນທັງຫຼາຍ.

ດັ່ງນັ້ນ, ທ່ານຫວາງຊິ່ນໝິນ ກັບ ທ່ານສີຈິ້ນຜິງມີການສົນທະນາຄັ້ງໜຶ່ງ ຄື:

ທ່ານສີຈິ້ນຜິງຖາມວ່າ: ທ່ານຢາກເຮັດຫຍັງ?

ທ່ານຫວາງຊິ່ນໝິນຖາມຄືນວ່າ: ທ່ານຕ້ອງການຂ້າພະເຈົ້າເຮັດຫຍັງ?

ທ່ານສີຈິ້ນຜິງເວົ້າວ່າ: ຂ້າພະເຈົ້າຕ້ອງການແບບນີ້: ເມື່ອກົດມາວສ໌ແລ້ວ, ກໍສາມາດຊອກເຫັນຕົວເລກສະຖິຕິທົ່ວແຂວງໄດ້.

ທ່ານສີຈິ້ນຜິງບໍ່ແມ່ນຊ່ຽວຊານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ແຕ່ທ່ານມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມສຳຄັນຂອງວຽກງານນີ້.


 

ປີ1989, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກເມືອງນິງເຕີໄປສຳຫຼວດກວດກາຢູ່ນະຄອນຟູໂຈ່ວ

 

ຍ້ອນມີຄວາມຮັບຮູ້ອັນເລິກເຊິ່ງ ແລະ ມີວິໄສທັດອັນຍາວໄກຕໍ່ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໂດຍທົ່ວໄປ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ໃບສະເໜີສະບັບນີ້ຂອງທ່ານຫວາງຊິ່ນໝິນ. ໃບສະເໜີສະບັບນີ້ບໍ່ໄດ້ຈຳກັດໃນອິນເຕີເນັດຄວາມໄວສູງ ແລະ ການຕິດຕັ້ງໂທລະສັບຫຼາຍປານໃດ, ແຕ່ໄດ້ວາງຂໍ້ສະເໜີທີ່ວ່າ ເຮັດແນວໃດຈຶ່ງສາມາດເຮັດໃຫ້ການສ້າງສາເພື່ອຫັນເປັນເຕັກໂນໂລຊີຂໍ້ມູນຂ່າວສານຂອງຟູຈ້ຽນກ້າວເດີນໄປໄກກວ່າເກົ່າ. 

ຫຼັງຈາກໄດ້ຮັບໃບສະເໜີນີ້ແລ້ວ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບວ່າ: ການສ້າງ ດີຈີຕອນຟູຈ້ຽນ ມີຄວາມໝາຍສຳຄັນຍິ່ງ, ອົງການປົກຄອງແຂວງຈະໃຫ້ການສະໜັບສະໜູນຢ່າງເຕັມສ່ວນ. ການປະຕິບັດຍຸດທະສາດທີ່ສ້າງຄວາມຈະເລີນຂອງແຂວງດ້ວຍວິທະຍາສາດ ກໍຕ້ອງພັດທະນາວິທະຍາສາດເຕັກນິກໄປກ່ອນ.

ທ່ານສີຈິ້ນຜິງຍັງສະເໜີວ່າ: ອົງການປົກຄອງແຂວງສາມາດຕັ້ງໜ່ວຍງານນຳພາການສ້າງ ດີຈີຕອນຟູຈ້ຽນ ໂດຍມີທ່ານເອງເປັນຫົວໜ້າໜ່ວຍງານ.


 

ປີ 2022, ພະນັກງານອົງການການເງິນຟູຈ້ຽນສອນຜູ້ເຖົ້ານຳໃຊ້ລະບົບດີຈີຕອນ

 

ຫຼັງຈາກນັ້ນເຄິ່ງເດືອນ, ດີຈີຕອນຟູຈ້ຽນ ຖືກຂຽນເຂົ້າໃນຂໍ້ສະເໜີຂອງແຜນແມ່ບົດການພັດທະນາ 5 ປີຕໍ່ໜ້າຂອງຄະນະພັກແຂວງຟູຈ້ຽນ.

ອີກສອງເດືອນ, ດີຈີຕອນຟູຈ້ຽນ ໄດ້ສ້າງຕັ້ງໜ່ວຍງານການນຳພາ ແລະ ຄະນະກຳມະການຜູ້ຊ່ຽວຊານແລະຜູ້ໃຫ້ຄຳປຶກສາ ເຊິ່ງລວມທັງຜູ້ຊ່ຽວຊານ 30 ກວ່າທ່ານ.

 

ເດືອນຕຸລາປີ 2001, ທ່ານສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນຕອນນັ້ນສຳຫຼວດກວດກາວຽກງານຢູ່ບໍລິສັດສາຂາຟູຈ້ຽນຂອງບໍລິສັດໂທລະຄົມຈີນ

 

20 ປີກ່ອນ, ຄົນຈີນສ່ວນຫຼາຍຍັງບໍ່ທັນໄດ້ຮັບຮູ້ຄວາມໝາຍທີ່ຍາວໄກແລະເລິກເຊິ່ງຂອງ ດີຈີຕອນ. ທ່ານສີຈິ້ນຜິງໄດ້ເຊື້ອເຊີນທ່ານຫວາງຊິ່ນໝິນໄປສຶກສາຄວາມຮູ້ໃນດ້ານນີ້ໃຫ້ລັດຖະກອນ ເພື່ອຍົກສູງຄວາມຮູ້ໃນດ້ານນີ້ໃຫ້ທຸກຄົນຢ່າງທົ່ວເຖິງ.

ສ່ວນດີຈີຕອນຟູຈ້ຽນແມ່ນໂຄງການທີ່ມີລະບົບຄົບຊຸດ ເພື່ອໃຫ້ການບໍລິການດ້ານວຽກງານການເມືອງ, ຊີວິດສັງຄົມ ແລະ ການຄ້າເອເລັກໂຕໂຣນິກ ສາມາດນຳໃຊ້ໄດ້ຢ່າງມີຄວາມຊີວິດຊີວາ ເພື່ອບັນລຸການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ.

ວັນທີ 16 ມັງກອນປີ 2002, ເວັບໃຊ້ຂໍ້ມູນຂ່າວສານວຽກງານການເມືອງຂອງແຂວງຟູຈ້ຽນໄດ້ເປີດນຳໃຊ້. ທ່ານສີຈິ້ນຜິງໄດ້ໄປກວດກາວຽກງານຢູ່ເຂດຊຸມຊົນແຫ່ງໜຶ່ງ, ທ່ານຖາມວ່າ: ເວັບໄວບໍ່? ຕົວເລກຖືກບໍ່? ແລະອື່ນໆ.

ໃນໄລຍະທີ່ທ່ານສີຈິ້ນຜິງເປັນຜູ້ຮັບຜິດຊອບວຽກງານບໍລິຫານຢູ່ເຂດນິງເຕີ ແລະ ນະຄອນເຊ້ຍເມີນແຂວງຟູຈ້ຽນ, ເພິ່ນກໍເຄີຍສະເໜີໃຫ້ສ້າງລະບົບຂໍ້ມູນຂ່າວສານທີ່ຕັດສິນນະໂຍບາຍມະຫາພາກ, ໃນເວລາທີ່ແຫ່ງຕ່າງໆຂອງຈີນພາກັນສ້າງສະໜາມບິນ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງອື່ນໆຢ່າງເປັນຂະບວນຟົດຟື້ນ, ທ່ານສີຈິ້ນຜິງໄດ້ສ້າງສູນຂໍ້ມູນຂ່າວສານເສດຖະກິດໃຫ້ນະຄອນເຊ້ຍເມີນ, ຕິດຕັ້ງໂທລະສັບທາງໄກຢູ່ເຂດພູດອຍພາກຕາເວັນອອກຂອງແຂວງຟູຈ້ຽນທີ່ການຄົມມະນາຄົມບໍ່ສະດວກ, ໃຊ້ເຄື່ອງມືການສື່ສານເພື່ອແກ້ໄຂຈຸດ່ອອນທີ່ການຄົມມະນາຄົມບໍ່ສະດວກ.