ໜ່ວຍນັກບິນອະວະກາດເສີນໂຈ່ວ-14 ສຳເລັດໜ້າທີ່ທັງໝົດທີ່ກຳນົດໄວ້ໃນການອອກເຄື່ອນໄຫວນອກຫ້ອງໂມດູນຄັ້ງທີ່ສອງຢ່າງຈົບງາມ

2022-09-18 15:15:35 cri


ຫ້ອງການວິສະວະກຳການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ:ເວລາ 17 ໂມງ 47 ນາທີຂອງວັນທີ 17 ກັນຍາປີ 2022 ຕາມເວລາປັກກິ່ງ,ເມື່ອໄດ້ອອກເຄື່ອນໄຫວນອກຫ້ອງໂມດູນເປັນເວລາປະມານ 5 ຊົ່ວໂມງ,ທ່ານເສີນຕົ່ງ ນາງຫລີວຢາງແລະທ່ານໄຊ້ຊວີ້ເຈີ ນັກບິນອະວະກາດເສີນໂຈ່ວ-14 ໄດ້ປະສານສົມທົບກັນຢ່າງໃກ້ຊິດ,ໄດ້ສຳເລັດໜ້າທີ່ທັງໝົດທີ່ກຳນົດໄວ້ ໃນໄລຍະອອກເຄື່ອນໄຫວນອກຫ້ອງໂມດູນ,ທ່ານເສີນຕົ່ງ ທ່ານໄຊ້ຊວີ້ເຈີ ນັກບິນອະວະກາດທັງສອງທ່ານໄດ້ກັບຄືນສູ່ຫ້ອງໂມດູນທົດລອງເວີ້ນທ່ຽນຢ່າງປອດໄພ,ການເຄື່ອນໄຫວນອກຫ້ອງໂມດູນໄດ້ປະສົບຜົນສຳເລັດຢ່າງຈົບງາມ.



ໃນໄລຍະນັກບິນອະວະກາດອອກເຄື່ອນໄຫວນອກຫ້ອງໂມດູນ,ໄດ້ສຳເລັດໜ້າທີ່ ຕ່າງໆ,ເຊັ່ນການຕິດຕັ້ງດ້າມຊ່ວຍແຮງນອກຫ້ອງໂມດູນ, ການພິສູດການ ຊ່ວຍເຫຼືອນອກຫ້ອງໂມດູນແລະອື່ນໆ,ທົ່ວຂະບວນການໄດ້ດຳເນີນໄປຢ່າງໂລ່ງລ່ຽນແລະຈົບງາມ,ໄດ້ກວດສອບຄວາມສາມາດໃນການປະສານສົມທົບກັນເຮັດວຽກລະຫວ່າງນັກບິນອະວະກາດແລະດ້າມກົນຈັກນ້ອຍຕື່ມອີກ,ໄດ້ພິສູດສະມັດຖະພາບແລະປະສິດທິພາບຂອງປະຕູຫ້ອງທົດລອງເວີ້ນທ່ຽນແລະອຸປະກອນທີ່ກ່ຽວຂ້ອງທີ່ສະໜັບສະໜູນການເຄື່ອນໄຫວນອກຫ້ອງໂມດູນ.