ທ່ານຫວາງຢີ້ຈະເຂົ້າຮ່ວມການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝ 77 ແລະ ກິດຈະກຳລະດັບສູງທີ່ກ່ຽວຂ້ອງ

2022-09-18 14:16:47 CRI


    ວັນທີ 17 ກັນຍານີ້, ທ່ານນາງໝາວນິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມ ການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝ 77 ແຕ່ວັນທີ 18 ຫາວັນທີ 25 ກັນຍານີ້. ໃນໄລຍະດຳເນີນກອງປະຊຸມ, ທ່ານຫວາງຢີ້ຈະເປັນປະທານຈັດກອງປະຊຸມລະດັບລັດຖະມົນຕີ “ໜ່ວຍເພື່ອນມິດແຫ່ງຂໍ້ລິເລີ່ມການພັດທະນາທົ່ວໂລກ”, ເຂົ້າຮ່ວມການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຂອງປະເທດບຣິກສໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ, ການສົນທະນາລະຫວ່າງລັດຖະມົນຕີການຕ່າງປະເທດ ຈີນ ແລະ ປະເທດປະທານໝູນວຽນ ຊຸດກ່ອນ ຊຸດປັດຈຸບັນ ແລະ ຊຸດຕໍ່ໄປຂອງປະຊາຄົມອາເມຣິກາລາຕິນ-ກາຣີບຽນ ແລະ ປະເທດປະທານໝູນວຽນຂອງປະຊາຄົມກາຣີບຽນ, ພົບປະກັບ ລັດຖະມົນຕີການຕ່າງປະເທດຂອງປະເທດປະທານໝູນວຽນຊຸດປັດຈຸບັນ ຊຸດໜ້າ ແລະ ເລຂາທິການໃຫຍ່ຂອງຄະນະກຳມະການການຮ່ວມມືຂອງປະເທດອາຣັບຢູ່ອ່າວເປີເຊຍແບບລວມໝູ່, ແລະ ກິດຈະກຳອື່ນໆ, ທັງຈະພົບປະແບບສອງຝ່າຍກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ, ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77,  ຫົວໜ້າຄະນະຜູ້ແທນ ຫຼື ລັດຖະມົນຕີການຕ່າງປະເທດຂອງປະເທດຈຳນວນໜຶ່ງ.