ສປຊ ສ້າງຕັ້ງເຄື່ອງມືລະດົມທຶນການສຶກສາສາກົນສຳລັບປະເທດທີ່ມີລາຍໄດ້ຕ່ຳແລະປານກາງ

2022-09-18 17:17:34 cri


ວັນທີ 17 ກັນຍານີ້,ອົງການສະຫະປະຊາຊາດໄດ້ສ້າງຕັ້ງເຄື່ອງມືລະດົມທຶນການສຶກສາສາກົນສຳລັບປະເທດທີ່ມີລາຍໄດ້ຕ່ຳແລະປານກາງໂດຍມີຈຸດປະສົງເພື່ອສະໜອງທຶນການສຶກສາໃຫ້ກັບຊາວໜຸ່ມເຍົາສະຊົນແລະເປົ້າໝາຍອື່ນໆຂອງປະເທດເຫຼົ່ານີ້. 


ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ:ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ,ຫຼາຍປະເທດໄດ້ຫຼຸດຜ່ອນລາຍຈ່າຍດ້ານການສຶກສາ,ແຕ່ການສຶກສາແມ່ນປັດໄຈສັນຕິພາບ ຄວາມຈະເລີນຮຸ່ງເຮືອງແລະຄວາມສະຫງົບທາງສັງຄົມ,ການຫຼຸດຜ່ອນການລົງທຶນດ້ານການສຶກສາຈະພາໃຫ້ເກີດວິກິດການທີ່ໜັກໜ່ວງກວ່າເກົ່າ.ປະເທດພວມພັດທະນາຫຼາຍໆປະເທດຕ້ອງການການສະໜັບສະໜູນດ້ານການສຶກສາຢ່າງຮີບດ່ວນ,ເຄື່ອງມືລະດົມທຶນການສຶກສາສາກົນແມ່ນສ້າງຕັ້ງຂຶ້ນເພື່ອເລື່ອງນີ້,ເປົ້າໝາຍຂອງການຊ່ວຍເຫຼືອຕົ້ນຕໍແມ່ນຊາວໜຸ່ມເຍົາວະຊົນຂອງປະເທດທີ່ມີລາຍໄດ້ຕ່ຳແລະປານກາງພ້ອມດ້ວຍເດັກນ້ອຍຊັດເຊພະເນຈອນແລະເດັດນ້ອຍທີ່ເປັນຊາວອົບພະຍົບ.


ອີງຕາມການແນະນຳໃຫ້ຮູ້ວ່າ:ເຄື່ອງມືລະດົມທຶນການສຶກສາສາກົນແມ່ນນຳໃຊ້ແບບວິທີໃຫ້ການບໍລິຈາກໂດຍກົງແລະຫຼັກປະກັນດ້ານການລະດົມທຶນ,ຄາດວ່າ ໂຄງການງວດທຳອິດຈະເລີ່ມດຳເນີນໃນປີ 2023.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ