ເອຢິບຈະປັບຂຶ້ນຄ່າທຳນຽມສຳລັບເຮືອທີ່ແລ່ນຜ່ານຄອງຊູອິສ

2022-09-18 15:26:02 cri


ອົງການຄຸ້ມຄອງຄອງຊູອິສຂອງເອຢິບໄດ້ອອກຖະແຫຼງການໃນວັນທີ 17 ກັນຍານີ້ວ່າ:ຈະປັບຂຶ້ນຄ່າທຳນຽມສຳລັບເຮືອທີ່ແລ່ນຜ່ານຄອງຊູອິສນັບແຕ່ເດືອນມັງກອນປີ 2023 ເປັນຕົ້ນໄປ.



ຖະແຫຼງການໄດ້ລະບຸໄວ້ວ່າ:ນັບແຕ່ເດືອນມັງກອນປີ 2023 ເປັນຕົ້ນໄປ,ຄ່າທຳນຽມສຳລັບເຮືອທ່ອງທ່ຽວແລະເຮືອຂົນສົງສິນຄ້າແຫ້ງຈະປັບຂຶ້ນ 10%,ຄ່າທຳນຽມສຳລັບເຮືອປະເພດອື່ນໆຈະປັບຂຶ້ນ 15%.ລາຄາພະລັງງານ ຄ່າຂົນສົ່ງແລະອື່ນໆໄດ້ເພີ່ມສູງຂຶ້ນເລື້ອຍໆ,ນີ້ແມ່ນສາເຫດຕົ້ນຕໍທີ່ປັບຂຶ້ນຄ່າທຳນຽມແລ່ນຜ່ານໃນຄັ້ງນີ້.


ຄອງຊູອິສຕັ້ງຢູ່ຈຸດສຳຄັນຂອງເຂດຕໍ່ແດນລະຫວ່າງ 3 ທະວີບ ຄືເອີຣົບ ອາຊີແລະອາຟຣິກາ,ເຊື່ອມຕໍ່ທະເລແດງແລະທະເລເມດີແຕລະເນ.ລາຍຮັບຈາກຄອງສາຍນີ້ແມ່ນໜຶ່ງໃນແຫຼ່ງທີ່ມາຕົ້ນຕໍຂອງລາຍຮັບການເງິນແລະຄັງສຳຮອງເງິນຕາຕ່າງປະເທດຂອງປະເທດເອຢິບ.