ບົດລາຍງານຂອງອົງການ ສປຊ ລະບຸວ່າ: ລັດທິຈຳແນກເຊື້ອຊາດຜິວພັນສະກັດກັ້ນການຈັດຕັ້ງປະຕິບັດສິດການພັດທະນາ

2022-09-18 14:49:37 cri

ວັນທີ 16 ກັນຍານີ້, ຜູ້ຊ່ຽວຊານສິດທິມະນຸດອົງການ ສປຊ ໄດ້ຍື່ນບົດລາຍງານການຄົ້ນຄ້ວາຫົວຂໍ້ສະເພາະໃຫ້ແກ່ກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດ ໂດຍໄດ້ຊີ້ອອກວ່າ: ລັດທິຈຳແນກເຊື້ອຊາດຜິວພັນແລະການດູໝິ່ນເຊື້ອຊາດ ໄດ້ສະກັດກັ້ນການຈັດຕັ້ງປະຕິບັດສິດການພັດທະນາ, ເຕືອນໃຫ້ປະຊາຄົມໂລກຮ່ວມກັນຕໍ່ຕ້ານແລະປ້ອງກັນລັດທິຈຳແນກເຊື້ອຊາດຜິວພັນທຸກຮູບແບບ.

ປະທານກົນໄກຜູ້ຊ່ຽວຊານສິດການພັດທະນາອົງການ ສປຊ ກ່າວວ່າ: ລັດທິຈຳແນກເຊື້ອຊາດຜິວພັນແລະການດູໝິ່ນເຊື້ອຊາດແມ່ນໜຶ່ງໃນສິ່ງກີດຂວາງທີ່ໃຫຍ່ທີ່ສຸດໃນການບັນລຸສິດການພັດທະນາ, ມັນມີການພົວພັນກັບຄວາມຮຸນແຮງ, ຄວາມທຸກຍາກ ແລະການວ່າງງານ.

ຝ່າຍຈີນກ່າວວ່າ: ປັດຈຸບັນ, ຄວາມຄືບໜ້າຂອງການພັດທະນາໃນທົ່ວໂລກໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ຫຼາຍປະເທດໂດຍສະເພາະແມ່ນປະເທດພວມພັດທະນາໄດ້ຕົກເຂົ້າສູ່ສະພາບຄວາມຫຍຸ້ງຍາກ, ປະຊາຊົນບັນດາປະເທດມີຄວາມຄອງຄອຍຢ່າງຮີບດ່ວນຕໍ່ການກັບຄືນສູ່ການພັດທະນາແບບຍືນຍົງ. ຈີນຈະສືບຕໍ່ສະໜັບສະໜູນກົນໄກຜູ້ຊ່ຽວຊານສິດການພັດທະນາອົງການ ສປຊ ເສີມຂະຫຍາຍບົດຍາດໃນຂົງການການຈັດຕັ້ງປະຕິບັດສິດການພັດທະນາ, ຮຽກຮ້ອງໃຫ້ສະພາສິດທິມະນຸດແລະຫ້ອງການສະເພາະກິດສິດທິມະນຸດໃຫ້ຄວາມສຳຄັນຢ່າງສູງຕື່ມອີກຕໍ່ສິດການພັດທະນາ.