ການຮ່ວມມືຈີນ-ອາຊຽນໄດ້ຮັບຜົນອຸດົມສົມບູນ,ການຮ່ວມມືໃນຂອບRCEPຂຶ້ນສູ່ລະດັບສູງໃໝ່

2022-09-19 11:33:59 cri

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນໄດ້ໄຂຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນຫວ່າງບໍ່ດົນມານີ້. ນັກສັງເກດການສາກົນເຫັນວ່າ: ໂດຍຖືເອົາງານວາງສະແດງສິນຄ້າຈີນ-ອາຊຽນເປັນປ່ອງຢ້ຽມ,ພາຍນອກໄດ້ເຫັນເຖິງການຮ່ວມມືຈີນ-ອາຊຽນທີ່ໄດ້ສ້າງພະລັງຊີວິດແລະໄດ້ຮັບໝາກຜົນອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ບັງເກີດຜົນຄົບຮອບ1ປີ,ການຮ່ວມມືດ້ານການຄ້າແລະການລົງທຶນຈີນ- ອາຊຽນໄດ້ຮັບຕ້ອນໂອກາດໃໝ່,ທັງມີພະລັງແຮງໃໝ່ຕໍ່ການຫັນເສດຖະກິດພາກພື້ນເປັນເອກະພົບດຽວ.

ໃນເວລາ18ປີຜ່ານມານີ້, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ປິ່ນອ້ອມຈຸດປະສົງຊຸກຍູ້ການຮ່ວມມືໄມຕີຈິດຈີນ-ອາຊຽນຢ່າງສະເໝີຕົ້ນສະເໝີປາຍ,ອອກແຮງສ້າງເວທີ,ໃຫ້ຊ່ອງທາງເຄື່ອນໄຫວທີ່ສະດວກ,ເພີ່ມທະວີການແລກປ່ຽນກັນ ແລະເປີດກວ້າງການຮ່ວມມືກັນ,ທັງໄດ້ຊຸກຍູ້ພະລັງຊີວິດດ້ານການຮ່ວມມືຢ່າງບໍ່ຢຸດຢັ້ງພາຍໃນເຂດນະໂຍບາຍRCEP.

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ພາຍໃຕເຫົວຂໍ້“ຊົມໃຊ້ໂອກາດໃໝ່ຂອງRCEPຮ່ວມກັນ, ຊຸກຍູ້ເຂດການຄ້າເສລີຈີນ-ອາຊຽນໃຫ້ຂຶ້ນສູ່ສະບັບ3,0”,ໂຄງການຮ່ວມມືທີ່ທຸກຝ່າຍໄດ້ເຊັນກັນມີຫຼາຍກວ່າປີ2021.