ອັດຕາປະກອບສ່ວນສະເລ່ຍຂອງຈີນເຂົ້າໃນການເພີ່ມຂຶ້ນຂອງເສດຖະກິດໂລກໃນເກືອບ10ປີມານີ້ ມີຫຼາຍກວ່າ30%

2022-09-19 14:42:15 cri

   

   ຫວ່າງບໍ່ດົນມານີ້ ອົງການສະຖິຕິແຫ່ງຊາດຈີນປະກາດບົດລາຍງານກ່ຽວກັບຜົນງານການພັດທະນາເສດຖະກິດສັງຄົມນັບຕັ້ງແຕ່ຈັດກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ18 ເປັນຕົ້ນມາໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະແຕ່ປີ2013-2021,ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ສະເລ່ຍແລ້ວໄດ້ເພີ່ມຂຶ້ນ 6,6% ສູງກວ່າລະດັບການເພີ່ມຂຶ້ນທີ່ສະເລ່ຍຂອງໂລກໃນໄລຍະດຽວກັນ ຄື 2,6% ແລະສູງກວ່າກຸ່ມເສດຖະກິດພວມພັດທະນາມີ 3,7%; ໃນອັດຕາປະກອບສ່ວນສະເລ່ຍຂອງຈີນເຂົ້າໃນການເພີ່ມຂຶ້ນຂອງເສດຖະກິດໂລກແມ່ນກວມຫຼາຍກວ່າ30%,ເປັນອັນດັບ 1 ຂອງໂລກ.

   ອີງຕາມບົດລາຍງານໃຫ້ຮູ້ວ່າ:ຍອດປະລິມານເສດຖະກິດຂອງຈີນໃນປີ2021ໄດ້ກວມ18,5% ຂອງເສດຖະກິດໂລກ, ເຊິ່ງສູງກວ່າ 7,2% ເມື່ອທຽບໃສ່ປີ2012, ເປັນອັນດັບ 2 ຂອງໂລກ. ໃນປີ2021, GDPສະເລ່ຍຕໍ່ຫົວຄົນຂອງຈີນແມ່ນບັນລຸເຖິງ 80.976 ຢວນ, ເພີ່ມຂຶ້ນຫຼາຍກວ່າປີ2012 ເຖິງ 69,7%, ສະເລ່ຍແລ້ວໄດ້ເພີ່ມຂຶ້ນ 6,1% ຕໍ່ປີ.