ເລື່ອງລາວຂອງທ່ານສີຈິ້ນຜິງ ຜູ້ນຳພາການປະຕິຮູບ ພາກທີ 8

2022-09-19 17:44:30 cri

ເດືອນມິຖຸນາປີ 1985, ທ່ານສີຈິ້ນຜິງໄດ້ຖືກຍົກຍ້າຍຈາກເມືອງເຈີ້ງຕິ້ງແຂວງເຫີເປີຍ, ໄປເຮັດວຽກຢູ່ແຂວງຟູຈ້ຽນ ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນ. ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຟູຈ້ຽນເປັນເວລາ 17 ປີເຄິ່ງ, ໂດຍດຳລົງຕຳແໜ່ງທີ່ສຳຄັນຢູ່ນະຄອນເຊ້ຍເມີນ ເຂດນິງເຕີ, ນະຄອນຟູໂຈ່ທີ່ເປັນເທສະບານແຂວງຟູຈ້ຽນ, ຄະນະພັກ ແລະ ອົງການປົກຄອງແຂວງຟູຈ້ຽນຕາມລຳດັບ. ແຂວງຟູຈ້ຽນແມ່ນດ່ານໜ້າໃນການເປີດປະຕູສູ່ພາຍນອກຂອງຈີນ, ມີໂອກາດການພັດທະນາຢ່າງຫຼວງຫຼາຍ, ໃນຂະນະດຽວກັນ ກໍໄດ້ປະສົບກັບບັນຫາຫຍຸ້ງຍາກຕ່າງໆນານາ. ໃນໄລຍະທີ່ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ນຳພາການປະຕິຮູບທີ່ມີລັກສະນະປະດິດສ້າງໃໝ່ຫຼາຍດ້ານໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ການປະຕິຮູບໂຄງປະກອບລັດວິສາຫະກິດ, ການເປີດປະຕູສູ່ພາຍນອກ ແລະ ອື່ນໆ. ຕໍ່ໄປ ແມ່ນເລື່ອງລາວທີ່ທ່ານສີຈິ້ນຜິງນຳພາ ແລະ ຊຸກຍູ້ການປະຕິຮູບຢູ່ແຂວງຟູຈ້ຽນ.

 

ເພິ່ນ ຊຸກຍູ້ໃຫ້ລັດວິສາຫະກິດນະຄອນຟູໂຈ່ “ກິນປູ” (ເຊິ່ງໝາຍເຖິງການດຳເນີນການປະຕິຮູບ)ຢ່າງກ້າຫານ, ໃນພາສາຈີນ, ຄຳວ່າ “ກິນປູ” ມີຄວາມໝາຍອີກຢ່າງໜຶ່ງ, ຄື ມີຄວາມກ້າຫານທີ່ຜູ້ອື່ນບໍ່ມີ, ເຮັດສິ່ງທີ່ຜູ້ອື່ນບໍ່ກ້າເຮັດ. ທ່ານສີຈິ້ນຜິງກໍແມ່ນຄົນທີ່ກ້ານຳໜ້າ “ກິນປູ”, ພ້ອມທັງສົງເສີມໃຫ້ລັດວິສາຫະກິດຟູໂຈ່ກາຍເປັນ “ຜູ້ກິນປູ” ຢ່າງກ້າຫານ.

 



ເດືອນມິຖຸນາປີ 1993, ຂ່າວໜຶ່ງທີ່ລັດວິສາຫະກິດໄດ້ນຳເຂົ້າທຶນຕ່າງປະເທດ ແລ້ວຫັນປ່ຽນໂຄງປະກອບ ໄດ້ພາໃຫ້ເກີດມີຄວາມສົນໃຈຂອງສັງຄົມ ແລະ ປະຊາຊົນຢູ່ແຂວງຟູຈ້ຽນ; ໂຮງງານເບຍຟູໂຈ່ໄດ້ໂອນໃຫ້ບໍລິສັດສິງກະໂປດຳເນີນກິດຈະການດ້ວຍມູນຄ່າ 130 ລ້ານຢວນ, ແລະປ່ຽນຊື່ເປັນ “ບໍລິສັດເບຍແຫ່ງທຳອິດ(ຟູຈ້ຽນ) ຈຳກັດ”.

 

ໃນເວລານັ້ນ, ໂຮງງານເບຍຟູໂຈ່ສາມາດຜະລິດເບຍໄດ້ 7 ໝື່ນໂຕນຕໍ່ປີ, ເປັນໂຮງງານເບຍໃຫຍ່ທີ່ສຸດຂອງແຂວງຟູຈ້ຽນໃນຂະແໜງການນີ້, ແລະກໍແມ່ນໜຶ່ງໃນວິສາຫະກິດເບຍຂະໜາດໃຫຍ່ 10 ແຫ່ງຂອງທົ່ວປະເທດຈີນ; ພັນທະ ແລະອາກອນໄດ້ເພີ່ມຂຶ້ນດ້ວຍຈັງຫວະຫຼາຍກວ່າ 10% ຕໍ່ປີ, ໃນປີໜຶ່ງ ໄດ້ເສຍພັນທະ ແລະ ອາກອນຫຼາຍທີ່ສຸດເຖິງ 40 ລ້ານຢວນ, ເຊິ່ງເປັນຫົວໜ່ວຍວິສາຫະກິດທີ່ເສຍອາກອນຫຼາຍໃນລະດັບແຖວໜ້າຂອງນະຄອນຟູໂຈ່.

 

ແຕ່ວ່າ ຫຼັງຈາກການສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈິ້ນຜິງທີ່ເປັນການນຳສູງສຸດຂອງນະຄອນຟູໂຈ່ໃນເວລານັ້ນສະເໜີວ່າ: ເມື່ອເບິ່ງຈາກພາຍນອກແລ້ວ ໂຮງງານເບຍມີຄວາມຈະເລີນຮຸ່ງເຮືອງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວມີພາລະແບກຫາບຢ່າງໜັກໜ່ວງ ແລະມີຄວາມສ່ຽງບົ່ມຊ້ອນຢູ່. ຖ້າຕໍ່ຈາກນັ້ນ 3 ປີຍັງບໍ່ສາມາດມີຂະໜາດໃຫຍ່ຂຶ້ນ, ກໍຈະຊຸດໂຊມລົງ, ການພັດທະນາຂອງວິສາຫະກິດໄດ້ເຂົ້າສູ່ໄລຍະຫຍຸ້ງຍາກລຳບາກທີ່ສຸດ. ມີແຕ່ປະຕິຮູບຈາກດ້ານກຳມະສິດເທົ່ານັ້ນຈຶ່ງສາມາດຍົກສູງກຳລັງດ້ານການແຂ່ງຂັນຂອງລັດວິສາຫະກິດໄດ້ຢ່າງແທ້ຈິງ.

 

ສະພາບທີ່ທ່ານລຽນໂກຊິ່ງ ອະດີດຮອງຜູ້ອຳນວຍການທີ1 ຂອງໂຮງງານເບຍຟູໂຈ່ຮັບຮູ້ໃນເມື່ອກ່ອນໄດ້ພິສູດການຕີລາຄາຂອງທ່ານສີຈິ້ນຜິ້ງ ຄື: ກ່ອນການມອບໂອນ , ໂຮງງານເບຍຟູໂຈ່ໄດ້ກູ້ຢືມເງິນ 50 ລ້ານຢວນກັບທະນາຄານ, ໂດຍດຳເນີນທຸລະກິດໃນສະພາບທີ່ຕິດໜີ້ຢູ່. ຖ້ານຳໃຊ້ເຄື່ອງຈັກຂອງໂຮງງານເກົ່າ, ປະລິມານການຜະລິດຕໍ່ປີ ຫຼາຍສຸດກໍມີແຕ່ 7 ໝື່ນໂຕນເທົ່ານັ້ນ, ຖ້າຢາກເພີ່ມປະລິມານການຜະລິດ ແລະ ຍົກສູງຄຸນນະພາບ, ກໍຕ້ອງດຳເນີນການປັບປຸງເຕັກນິກຢ່າງຂະໜາດໃຫຍ່, ສຳລັບການລົງທຶນອັນມະຫານສານນີ້ ອາໄສລັດ ຫຼື ເງິນກູ້ຂອງທະນາຄານແມ່ນບໍ່ສາມາດເປັນໄປໄດ້, ວິສາຫະກິດກໍບໍ່ສາມາດແບກຫາບໄດ້. ລະບຽບການຄຸ້ມຄອງ ແລະ ກົນໄກປະຕິບັດງານແບບເກົ່າຂອງວິສາຫະກິດກໍມີຂໍ້ບົກຜ່ອງຢ່າງພົ້ນເດັ່ນ.

 

ທ່ານເວີນຈ່າງກ່ວນ ນັກຂ່າວທີ່ຕິດຕາມລາຍງານຂ່າວເຫດການນີ້ເວົ້າວ່າ: ທ່ານສີຈິ້ນຜິງເຫັນໄດ້ຢ່າງຈະແຈ້ງ, ເຖິງວ່າໝາກໂປມຍັງບໍ່ທັນເປື່ອຍ, ແຕ່ໃນຄວາມເປັນຈິງແລ້ວ ໄດ້ເລີ່ມເນົ່າແລ້ວ.

 

ໂດຍປະເຊີນໜ້າກັບເລື່ອງການນຳເຂົ້າທຶນຕ່າງປະເທດນີ້, ໃນຕອນນັ້ນຢູ່ນະຄອນຟູໂຈ່ມີຄົນຈຳນວນຫຼາຍຮູ້ສຶກລະແວງສົງໄສ. “ນັກທຸລະກິດຕ່າງປະເທດສາມາດພັດທະນາວິສາຫະກິດໃຫ້ດີໄດ້ບໍ່? ” “ກຳມະກອນບໍ່ມີບ່ອນເຮັດວຽກແລ້ວຈະແກ້ໄຂແນວໃດ?”

 

ແຕ່ການພັດທະນາຂອງໂຮງງານເບຍຟູໂຈ່ພາຍຫຼັງມາໄດ້ຕອບຄຳຖາມຂອງຄົນທັງຫຼາຍເປັນຢ່າງດີ. ຫຼັງຈາກມອບໂອນແລ້ວ, ວິສາຫະກິດດັ່ງກ່າວໄດ້ນຳໃຊ້ທຶນ 200 ກວ່າລ້ານຢວນເພື່ອປັບປຸງເຕັນກິກ, ນຳເຂົ້າອຸປະກອນກວດກາຄົບຊຸດທີ່ທັນສະໄໝ, ໄດ້ຈ້າງຊ່ຽວຊານເບຍໂຮນລັງ 3 ຄົນມາຊີ້ນຳການຜະລິດເບຍ ແລະ ອົບຮົມນັກວິຊາການຢູ່ໂຮງງານເບຍ. ປີ 1997, ເຊິ່ງແມ່ນປີທີ 4 ຫຼັງຈາກການນຳເຂົ້າທຶນຕ່າງປະເທດ, ມູນຄ່າການຜະລິດຂອງໂຮງງານແຫ່ງນີ້ແມ່ນມີເຖິງ 100 ລ້ານກວ່າຢວນ, ທັງໄດ້ສ້າງລະບຽບການວິສາຫະກິດທີ່ທັນສະໄໝຂຶ້ນ.

 

ຫຼັງຈາກນັ້ນ, ໃນເວລາສະຫຼຸບບົດຮຽນ, ທ່ານສີຈິ້ນຜິງກ່າວວ່າ: ການນຳເຂົ້າທຶນຕ່າງປະເທດໃນການປັບປຸງວິສາຫະກິດແມ່ນຊ່ອງທາງໜຶ່ງທີ່ບັງເກີດຜົນເພື່ອຫຼຸດພົ້ນອອກຈາກສະພາບຫຍຸ້ງຍາກລຳບາກ. ຕ້ອງຫັນປ່ຽນແນວຄິດເກົ່າທີ່ສະແຫວງຫາພຽງແຕ່ຊື່ສຽງເທົ່ານັ້ນ ແຕ່ບໍ່ສະແຫວງຫາອະນາຄົດແຫ່ງການພັດທະນາ ແລະ ປະສິດທິຜົນດ້ານເສດຖະກິດ.

 



ຢູ່ນະຄອນຟູໂຈ່, ທ່ານສີຈິ້ນຜິ້ງໄດ້ຊີ້ນຳການປະຕິຮູບລັດວິສາຫະກິດດ້ວຍຫຼາຍຮູບແບບ. ນອກຈາກການນຳເຂົ້າທຶນຕ່າງປະເທດແລ້ວ, ເພິ່ນຍັງໄດ້ຕັ້ງໜ້າຊຸກຍູ້ການປະຕິບັດລະບຽບການຫຸ້ນສ່ວນ, ໃຫ້ນັກທຸລະກິດເອກະຊົນຄຸ້ມຄອງລັດວິສາຫະກິດ, ກວ້ານຊື້ວິສາຫະກິດ ແລະອື່ນໆ. ທ່ານກ່າວວ່າ, ການປັບປຸງໂຄງປະກອບການຈັດຕັ້ງຂອງອຸດສາຫະກຳແມ່ນທາງອອກພື້ນຖານທີ່ເລັ່ງພັດທະນາ ວິສາຫະກິດອຸດສາຫະກຳຂອງນະຄອນຟູໂຈ່. ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ໃນເວລາບໍ່ພໍເທົ່າໃດປີ ລັດວິສາຫະກິດສຳຄັນສ່ວນຫຼາຍຂອງນະຄອນຟູໂຈ່ໄດ້ສ້າງລະບຽບການວິສາຫະກິດທີ່ທັນສະໄໝໃນຂັ້ນເບື້ອງຕົ້ນ.

 

ໃນເວລາກ່າວເຖິງການປະຕິຮູບລັດວິສາຫະກິດ, ທ່ານສີຈິ້ນຜິງກ່າວວ່າ: “ໃນການປະຕິຮູບ ຕ້ອງມີຄຳວ່າ “ກ້າຫານ”, ຕ້ອງກ້າແບກຫາບຄວາມຮັບຜິດຊອບອັນໜັກໜ່ວງ, ກ້າບຸກບືນຜ່ານຜ່າຄວາມຫຍຸ້ງຍາກ; ຕ້ອງບຸກເບີກຢ່າງກ້າຫານ, ແລະ ກ້າເປັນຜູ້ນຳໜ້າຂອງໂລກ.”