ຈີນ-ຣັດເຊຍຈະຈັດກອງປະຊຸມປຶກສາຫາລືຄວາມໝັ້ນຄົງດ້ານຍຸດທະສາດຮອບທີ 17 ແລະກອງປະຊຸມກົນໄກຮ່ວມມືຄວາມໝັ້ນຄົງດ້ານການບັງຄັບໃຊ້ກົດໝາຍຄັ້ງທີ 17

2022-09-19 16:24:49 cri

    ວັນທີ 18 ກັນຍານີ້, ທ່ານນາງເມົານິງ ໂຄສົກກະຊວງການຕ່າງປະເທດຈີນເປິດເຜີຍໃຫ້ຮູ້ວ່າ:  ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຢາງເຈຊື ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນ ແລະ ທ່ານກົ່ວເຊີ່ງຄູ່ນ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການສູນກາງພັກ, ເລຂາທິການຄະນະການເມືອງ ແລະກົດໝາຍສູນກາງພັກຄອມູນິດຈີນ, ທ່ານນິໂກລາຍ ປາທຣູເຊຟ໌ ເລຂາທິການກອງປະຊຸມຄວາມໝັ້ນຄົງສະຫະພັນຣັດເຊຍຈະເດີນທາງມາປະເທດຈີນເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືຄວາມໝັ້ນຄົງດ້ານຍຸດທະສາດຈີນ-ຣັດເຊຍຮອບທີ 17 ແລະກອງປະຊຸມກົນໄກຮ່ວມມືຄວາມໝັ້ນຄົງດ້ານການບັງຄັບໃຊ້ກົດໝາຍຈີນ-ຣັດເຊຍຄັ້ງທີ 17 ລະຫວ່າງວັນທີ 18-19 ກັນຍານີ້.