ສື່ມວນຊົນສາກົນ:ທ່ານປະທານສີຈີ້ນຜິງຢ້ຽມຢາມອາຊີກາງທາງລັດຖະກິດມີຄວາໝາຍສຳຄັນທີ່ສຸດ

2022-09-19 18:27:58 CRI


    ລະຫວ່າງວັນທີ 14 ຫາ 16 ກັນຍານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮທີ່ຈັດຂຶ້ນຢູ່ນະຄອນຊາມາຄານດ໌ຂອງອຸດສະເບກິດສະຖານ ພ້ອມທັງ ໄດ້ຢ້ຽມຢາມກາຊັກສະຖານ ແລະ ອຸດສະເບກິດສະຖານທາງລັດຖະກິດຕາມຄຳເຊີນ. ສື່ມວນຊົນຫຼາຍປະເທດເຫັນວ່າ, ການຢ້ຽມຢາມຕ່າງປະເທດເທື່ອທຳອິດຂອງທ່ານປະທານສີຈີ້ນຜິງ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເລືອກໄປຢ້ຽມຢາມອາຊີກາງນັ້ນແມ່ນມີຄວາມໝາຍສຳຄັນທີ່ສຸດ.


    ຂ່າວສານຕາສຂອງຣັດເຊຍລາຍງານວ່າ: ໃນໄລຍະຢ້ຽມຢາມອາຊີກາງເມື່ອ9 ປີກ່ອນ, ທ່ານປະທານສີຈີ້ນຜິງໄດ້ສະເໜີຂໍ້ລິເລີ່ມພ້ອມກັນກໍ່ສ້າງ “ແລວເສດຖະກິດເສັ້ນທາງສາຍໄໝ” ເປັນເທື່ອທຳອິດ, ທ່ານໄປຢ້ຽມຢາມສອງປະເທດ ຄື:ກາຊັກສະຖານ ແລະ ອຸດສະເບກິດສະຖານອີກຫຼັງຈາກຫຼາຍປີເທື່ອນີ້ໄດ້ບັນລະຍາຍທັດສະນະຄະຕິ ແລະ ແນວຄິດການຕ່າງປະເທດຂອງຈີນຢ່າງດີງາມ ຄື: ໜຶ່ງ, ທັດສະນະຄະຕິທີ່ຊຸກຍູ້ການສ້າງ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ໄດ້ຮັບການສະໜັບສະໜູນຈາກປະຊາຊົນຢ່າງເລິກເຊິ່ງກວ່າເກົ່າ, ສອງ, ຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.


    ໃນເວລາລາຍງານຂ່າວທ່ານປະທານສີຈີ້ນຜິງຢ້ຽມຢາມກາຊັກສະຖານທາງລັດຖະກິດ, ຂ່າວສານກາຊັກສະຖານຂຽນວ່າ: ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານສີຈີ້ນຜິງແມ່ນເຫດການສຳຄັນສຳລັບກາຊັກສະຖານຕະຫຼອດຮອດທົ່ວອາຊີກາງ ໄດ້ສະແດງໃຫ້ເຫັນວ່າ, ຈີນໃຫ້ຄວາມສຳຄັນຕໍ່ກາຊັກສະຖານໃນລະດັບສູງ ແລະ ລະດັບສູງຂອງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນລະຫວ່າງຈີນ ກັບ ກາຊັກສະຖານ,ໄດ້ເພີ່ມກຳລັງແຮງຫຼາຍຕໍ່ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ.


    ສື່ມວນຊົນອຸດສະເບກິດສະຖານໄດ້ລາຍງານຂ່າວການສະແດງທັດສະນະອັນີສຳຄັນຂອງທ່ານສີຈີ້ນຜິງກ່ຽວກັບຈີນແມ່ນ “ເພື່ອນມິດທີ່ດີ, ໝູ່ຄູ່ທີ່ດີ ແລະ ອ້າຍນ້ອງທີ່ດີຂອງອຸດສະເບກິດສະຖານ” ຢ່າງກວ້າງຂວາງ. ສື່ມວນຊົນຕ່າງໆ ເຊັ່ນ: “ໜັງສືພິມຄວາມເວົ້າປະຊາຊົນ” ເຫັນວ່າ, ການຂະຫຍາຍການພົວພັນລະຫວ່າງອຸດສະເບກິດສະຖານ ກັບ ຈີນຢ່າງດີງາມນັ້ນແມ່ນປາສະຈາກການຊັກນຳຂອງຜູ້ນຳສອງທ່ານ ຄື:ທ່ານສີຈີ້ນຜິງປະທານປະເທດຈີນ ແລະ ທ່ານເຊັນກາດ ເມຍຊີໂຢເຢຟ ປະທາທິບໍດີອຸດສະເບກິດສະຖານບໍ່ໄດ້. ທ່ານປະທານສີຈີ້ນຜິງກ່າວວ່າຈີນແມ່ນ “ອ້າຍນ້ອງທີ່ດີ” ຂອງອຸດສະເບກິດສະຖານ, ທ່ານປະທານາທິບໍດີເມຍຊີໂຢເຢຟຖືທ່ານປະທານສີຈີ້ນຜິງແມ່ນ “ອ້າຍທີ່ເຄົາລົບນັບຖື” ແລະ ໄດ້ມອບຫຼຽນໄຊ “ມິດຕະພາບລະດັບສູງສຸດ” ໃຫ້ແກ່ທ່ານປະທານສີຈີ້ນຜິງ, ປະມຸກລັດສອງປະເທດຍັງໄດ້ປູກຕົ້ນໄມ້ຮ່ວມກັນ ເຊິ່ງສະແດງໃຫ້ເຫັນມິດຕະພາບອັນເລິກເຊິ່ງຂອງຜູ້ນຳສອງປະເທດ ພ້ອມທັງປະຊາຊົນສອງຊາດ.