ອັນທີ່ເອີ້ນວ່າ “ການປະເມີນ” ກ່ຽວກັບເຂດຊິນຈ່ຽງບໍ່ຄວນກາຍເປັນເຄື່ອງມືການເມືອງທີ່ໂຈມຕີປະເທດຈີນ

2022-09-19 16:16:11 cri


ຫວ່າງມໍ່ໆມານີ້, ກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ຈັດການອະພິປາຍທົ່ວໄປກ່ຽວກັບບົດລາຍງານຂອງຮັກສາການເຈົ້າໜ້າທີ່ຂັ້ນສູງດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ. ທ່ານເສິນຊູ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກງານທີ່ເຊີແນວຂອງອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆປະຈຳສະວິດໄດ້ຕາງໜ້າ 30 ກວ່າປະເທດປະກອບຄຳເຫັນຮ່ວມກັນ, ຮຽກຮ້ອງໃຫ້ຫ້ອງການເຈົ້າໜ້າທີ່ຂັ້ນສູງດ້ານສິດທິມະນຸດຂອງອົງການສະຫະປະຊາຊາດເພີ່ມຄວາມສົນໃຈ ແລະເງິນທຶນດ້ານສິດທິເສດຖະກິດ, ສິດທິວັດທະນະທຳ-ສັງຄົມ-ເສດຖະກິດ, ສິດພັດທະນາ ແລະ ສິດສຸຂະພາບ, ເຄົາລົບປະເທດຕ່າງໆໃນການເລືອກເສັ້ນທາງພັດທະນາສິດທິມະນຸດທີ່ສອດຄ່ອງກັບສະພາບແຫ່ງຊາດຂອງປະເທດດ້ວຍຕົນເອງ.

ສິດທິມະນຸດໃນຖານະເປັນທັດສະນະຄ່ານິຍົມຢ່າງ ໜຶ່ງບໍ່ແມ່ນຄົງໂຕຢ່າງພາວະວິໄສ, ຫາກແມ່ນພົວພັນກັບວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີທາງສັງຄົມ. ພາຍໃຕ້ເງື່ອນໄຂທາງສັງຄົມທີ່ແຕກຕ່າງກັນ, ຄົນທັງຫຼາຍມີຄວາມຮັບຮູ້ ແລະ ການຕີຄວາມໝາຍຕໍ່ສິດທິມະນຸດແຕກຕ່າງກັນ, ບໍ່ມີທັດສະນະສິດທິມະນຸດທີ່ບໍ່ປ່ຽນແປງໂດຍທົ່ວໄປ. ພ້ອມກັນນັ້ນ, ການບັນລຸສິດທິມະນຸດແມ່ນມີຫຼາຍເສັ້ນທາງ, ບໍ່ມີຮູບແບບການພັດທະນາສິດທິມະນຸດທີ່ສອດຄ່ອງກັບທຸກສະພາບການຂອງໂລກ.

ໃນກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ, ຫ້ອງການເຈົ້າໜ້າທີ່ຂັ້ນສູງດ້ານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ເຜີຍແຜ່ອັນທີ່ເອີ້ນວ່າ “ການປະເມີນກ່ຽວກັບເຂດຊິນຈ່ຽງຂອງຈີນ” ໂດຍບໍ່ໄດ້ຮັບການມອບສິດຈາກສະພາສິດທິມະນຸດ ແລະ ບໍ່ໄດ້ຮັບຄວາມເຫັນດີຈາກປະເທດທີ່ກ່ຽວຂ້ອງກ່ອນ, “ການປະເມີນ” ດັ່ງກ່າວໄດ້ຮັບຜົນສະຫຼຸບທີ່ຜິດພາດບົນພື້ນຖານຂໍ້ມູນປອມ, ເປັນພຽງບົດຄວາມທີ່ໂຮມຂໍ້ມູນປອມຕ່າງໆເທົ່ານັ້ນ.

ໃນຊຸມປີຜ່ານມາ, ເສດຖະກິດຂອງເຂດຊິນຈ່ຽງໄດ້ພັດທະນາຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ກົມກຽວ, ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ວັດທະນະທຳມີຄວາມຈະເລີນຮຸ່ງເຮືອງທີ່ບໍ່ເຄີຍມີມາກ່ອນ. GDP ຂອງເຂດຊິນຈ່ຽງໄດ້ເຕີບໂຕປະມານ 7% ສະເລ່ຍຕໍ່ປີ, ລາຍຮັບທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນປະມານ 9% ຕໍ່ປີ. ປະຊາກອນຜູ້ທຸກຍາກທີ່ຍັງເຫຼືອຈຳນວນ 3,09 ລ້ານຄົນຂອງເຂດຊິນຈ່ຽງໄດ້ພົ້ນຈາກຄວາມທຸກຍາກທັງໝົດ, ຊົນເຜົ່າຕ່າງໆບໍ່ວ່າປະຊາກອນຫຼາຍເທົ່າໃດ, ລ້ວນແຕ່ມີຖານະທາງກົດໝາຍທີ່ສະເໝີພາບກັນ, ແລະມີເສລີພາບດ້ານການເຊື່ອຖືສາສະໜາ ແລະ ສິດຊະນິດຕ່າງໆໂດຍອີງຕາມກົດໝາຍ.

ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື, ພາຍໃຕ້ສະພາບການທີ່ປະຊາກອນຂອງປະເທດຕາເວັນຕົກກວມປະຊາກອນບໍ່ຮອດ 10% ຂອງໂລກພັດໄດ້ຄອງຕຳແໜ່ງຫຼາຍກວ່າ 80% ໃນຫ້ອງການເຈົ້າໜ້າທີ່ຂັ້ນສູງດ້ານສິດທິມະນຸດ. ຫ້ອງການດັ່ງກ່າວເປີດເຜີຍອັນທີ່ເອີ້ນວ່າ “ບົດລາຍງານການປະເມີນ” ກ່ຽວກັບເຂດຊິນຈ່ຽງຂອງຈີນແມ່ນອິດທິກຳລັງຈຳນວນໜຶ່ງຂອງອາເມຣິກາ ແລະ ປະເທດຕາເວັນຕົກຕັ້ງໃຈເສກສັນປັ້ນແຕ່ງຂຶ້ນເທົ່ານັ້ນ, ແມ່ນເຄື່ອງມືການເມືອງທີ່ເຂົາເຈົ້າສວຍໃຊ້ບັນຫາກ່ຽວກັບເຂດຊິນຈ່ຽງແບບຍຸດທະສາດ, ເພື່ອໃສ່ຮ້າຍປ້າຍສີປະເທດຈີນ ແລະ ສະກັດກັ້ນການພັດທະນາຂອງຈີນ. ປະເທດພວມພັດທະນາຈຳນວນຫຼວງຫຼາຍໄດ້ສະໜັບສະໜູນຫຼັກໝັ້ນອັນ ເປັນທຳຂອງປະເທດຈີນກ່ຽວກັບບັນຫາເຂດຊິນຈ່ຽງດ້ວຍວິທີຕ່າງໆເຊັ່ນ: ການປະກອບຄຳເຫັນຮ່ວມກັນ, ສົ່ງເອກະສານ ແລະອື່ນໆ, ປະເທດເຫຼົ່ານີ້ເຂົ້າຮ່ວມພາລະກິດເປັນທຳດັ່ງກ່າວຈາກ 50 ປະເທດເມື່ອປີ 2017 ເພີ່ມຂຶ້ນເປັນປະມານ 100 ປະເທດໃນປັດຈຸບັນ, ແລະຈຳນວນດັ່ງກ່າວຍັງສືບຕໍ່ເພີ່ມຂຶ້ນຢູ່.

ປະເທດຈີນເຫັນວ່າ: ຫ້ອງການເຈົ້າໜ້າທີ່ຂັ້ນສູງດ້ານສິດທິມະນຸດຄວນປະຕິບັດຕາມວັດຖຸປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ, ເຄົາລົບນັບຖືສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ຍຶດໝັ້ນຫຼັກການແບບທົ່ວໄປ, ຍຸຕິທຳ, ພາວະວິໄສ, ບໍ່ຈຳແນກ ແລະ ບໍ່ຫັນເປັນບັນຫາການເມືອງ, ເຄົາລົບຂໍ້ມູນທີ່ມີອິດທິພົນທີ່ສະໜອງໂດຍລັດຖະບານຂອງປະເທດສະມາຊິກ, ດຳເນີນການຮ່ວມມື ແລະ ສົນທະນາກັບປະເທດສະມາຊິກທີ່ມີລັກສະນະສ້າງສັນບົນພື້ນຖານສະເໝີພາບກັນ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ.