ອັດຕາວ່າງງານຂອງໄທໃນເດືອນກໍລະກົດປີນີ້ຫຼຸດລົງເຖິງ 1,3%

2022-09-19 18:13:31 CRI


ຫວ່າງມໍ່ໆມານີ້, ທຳນຽບນາຍົກລັດຖະມົນຕີໄທແຈ້ງໃຫ້ຮູ້ວ່າ: ຄຽງຄູ່ກັບເສດຖະກິດໄທຄ່ອຍໆຟື້ນຟູຄືນ, ອັດຕາປະກອບອາຊີບໄດ້ສູງຂຶ້ນຢ່າງຕໍ່ເນື່ອງ, ໃນເດືອນກໍລະກົດປີນີ້, ມີ 514.000 ຄົນວ່າງງານ, ອັດຕາວ່າງງານກວມ 1,3%, ເມື່ອທຽບໃສ່ເດືອນມິຖຸນາປີນີ້ໄດ້ຫຼຸດລົງ 0,1%, ແມ່ນລະດັບຕ່ຳສຸດນັບແຕ່ເກີດການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນມາ. ສ່ວນອັດຕາວ່າງງານຂອງໄທໃນໄຕມາດທີ 3 ປີກາຍນີ້ແມ່ນ 2,25%.

 

    ລັດຖະບານໄທໄດ້ເອົາໃຈໃສ່ນຳການຟື້ນຟູເສດຖະກິດ ແລະ ການປະກອບອາຊີບຂອງປະຊາຊົນຢ່່າງໃກ້ຊິດ, ເມື່ອເບິ່ງຈາກສະພາບໃນສະເພາະໜ້ານີ້, ມາດຕະການຕ່າງໆ ເຊັ່ນ: ເບີກຄ່າອຸດໜູນໃຫ້ແກ່ຜູ້ອອກແຮງງານວິສາຫະກິດຂະໜາດນ້ອຍ ແລະ ເພີ່ມອາຊີບໃໝ່ຢູ່ພາກສ່ວນອົງການປົກຄອງຕ່າງໆເປັນຕົ້ນ, ລ້ວນແຕ່ໄດ້ຮັບຜົນຕາມຄາດໝາຍ.