ຍີ່ປຸ່ນຄວນທົບທວນຄືນປະຫວັດສາດການຮຸກຮານຂອງຕົນ ແລະຍຸດຕິການຊອກຫາຂໍ້ອ້າງໃຫ້ແກ່ການເສີມສ້າງກອງທັບ ແລະແຜ່ອຳນາດດ້ວຍກຳລັງທະຫານ

2022-09-20 11:11:58 cri

ຫວ່າງມໍ່ໆມານີ້ ຮີເດໂອ ຊິມິຊຸ ນັກຮົບເກົ່າຂອງກອງກຳລັງ 731 ຂອງກອງທັບຍີ່ປຸ່ນ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຫຼຶ CMG ໂດຍໄດ້ຫວນຄືນປະສົບການຂອງຕົນທີ່ເຕັມໄປດ້ວຍໂທດກຳ ແລະເວົ້າວ່າ: “ຂ້ອຍຕ້ອງສະແດງການຂໍອະໄພຕໍ່ປະຊາຊົນຈີນ. ເຖິງວ່າກອງທັບຍີ່ປຸ່ນໄດ້ກໍ່ເຫດການອັນໂຫດຮ້າຍປ່າເຖື່ອນຢູ່ຈີນກໍຕາມ, ແຕ່ຫຼັງຈາກສົງຄາມສິ້ນສຸດລົງແລ້ວ, ປະຊາຊົນຈີນຍັງຊ່ວຍລ້ຽງລູກກຳພ້າຂອງຍີ່ປຸ່ນ, ຂ້ອຍຂໍສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຈີນຢ່າງຈິງໃຈ. ຂ້ອຍຄິດວ່າຊາວຍີ່ປຸ່ນຄວນສາລະພາບບາບຂອງຕົນ ພ້ອມທັງຕ້ອງສະແດງການຂໍອະໄພຕໍ່ປະຊາຊົນຈີນ.”

ຮີເດໂອ ຊິມິຊຸ, ປີນີ້ອາຍຸ 92 ປີ, ໃນຫຼາຍສິບປີມານີ້ ອາໄສຢູ່ບ້ານແຫ່ງໜຶ່ງທີ່ແຂວງນາກາໂນ ປະເທດຍີ່ປຸ່ນ. ແຕ່ລາວຍັງມີປະສົບການຕອນໜຶ່ງທີ່ຄົນອື່ນບໍ່ໄດ້ຮັບຮູ້ ນັ້ນກໍຄື ລາວເຄີຍເປັນທະຫານຄົນໜຶ່ງໃນກອງກຳລັງ 731 ຂອງກອງທັບຍີ່ປຸ່ນໃນສະໄໝຮຸກຮານຈີນ. ໃນເດືອນມີນາ ປີ 1945, ຮີເດໂອ ຊິມິຊຸ ອາຍຸ 14 ປີ ໄດ້ຖືກແຕ່ງຕັ້ງໄປປະຈຳຢູ່ກອງບັນຊາການໃຫຍ່ຂອງກອງກຳລັງ 731 ທີ່ນະຄອນຮາບິນຂອງຈີນ. ໃນໄລຍະສັ້ນໆບໍ່ຮອດເທົ່າໃດເດືອນ, ເລື່ອງທີ່ຕົນເອງໄດ້ເຫັນ ແລະໄດ້ຍິນຢູ່ກອງກຳລັງ 731 ໄດ້ເຮັດໃຫ້ຮີເດໂອ ຊິມິຊຸ ນອນບໍ່ຫຼັບ ແລະຝັນຮ້າຍຕະຫຼອດ. ລາວເວົ້າວ່າ: ຈັ່ງແມ່ນໂຫດຮ້າຍແທ້ໆ, ເຂົາເຈົ້າລອກໜັງຄົນທີ່ຍັງມີຊີວິດຢູ່ ໂດຍບໍ່ສັກຢາມຶນ, ນີ້ແມ່ນເລື່ອງຈິງ.

ກ່ອນຍີ່ປຸ່ນຈະຍອມຈຳນົນໃນປີ 1945, ເພື່ອປິດບັງຫຼັກຖານໂທດກຳຂອງຕົນ, ກອງກຳລັງ 731 ໄດ້ລະເບີດທຳລາຍຫ້ອງທົດລອງ ແລະຄຸກຂອງຕົນ, ຂ້າລ້າງຄົນຖືກຄຸກໃຫ້ໝົດ ພ້ອມທັງເຜົາສົບລວມກັນ.  ຫຼັງຈາກສົງຄາມສິ້ນສຸດລົງແລ້ວ, ລັດຖະບານຍີ່ປຸ່ນໄດ້ຕັ້ງໃຈປິດບັງປະຫວັດສາດທີ່ເຕັມໄປດ້ວຍໂທດກຳດັ່ງກ່າວ.

ເຖິງວ່າມີຫຼັກຖານໜັກແໜ້ນຢ່າງຫຼວງຫຼາຍ ໄດ້ພິສູດປະຫວັດສາດການຮຸກຮານຈີນຂອງລັດທິຈັກກະພັດຍີ່ປຸ່ນແລ້ວກໍຕາມ, ແຕ່ເປັນໄລຍະດົນນານມານີ້, ຢູ່ຍີ່ປຸ່ນ ຍັງຄົງມີອິດທິກຳລັງທີ່ປິດບັງ ແລະປະຕິເສດປະຫວັດສາດການຮຸກຮານຈີນ ກໍຄືປະຕິເສດການເຄື່ອນໄຫວອັນໂຫດຮ້າຍຂອງກອງກຳລັງ 731. ນອກນີ້, ອິດທິກຳລັງດັດແກ້ລັດຖະທຳມະນູນສັນຕິພາບ ກໍໄດ້ກຽມພ້ອມໃນທຸກເວລາ. ຫວ່າງມໍ່ໆມານີ້, ໜັງສືພິມ Nihon Keizai Shimbun ຂອງຍີ່ປຸ່ນລາຍງານວ່າ: ລັດຖະບານຍີ່ປຸ່ນກຳລັງຄົ້ນຄວ້າພິຈາລະນາຈະວາງຂອບ “ງົບປະມານການພົວພັນດ້ານການປ້ອງກັນປະເທດ” ໂດຍຈະລວມງົບປະມານດ້ານການປ້ອງກັນຄວາມໝັ້ນຄົງຂອງກະຊວງ ແລະກົມກອງຕ່າງໆເຂົ້າກັນ ເພື່ອຮັບມືກັບ “ກໍລະນີໄຕ້ຫວັນເກີດເຫດ” ແລະກໍລະນີອື່ນໆທີ່ອາດຈະເກີດຂຶ້ນ. ລັດຖະບານຍີ່ປຸ່ນຫວັງຢາກເຮັດໃຫ້ກະຊວງ ແລະກົມກອງຕ່າງໆສາມາດສຸມກຳລັງເຂົ້າໃນການເພີ່ມທະວີຄວາມສາມາດໃນການປ້ອງກັນປະເທດ ໂດຍຜ່ານຂອບງົບປະມານໃໝ່ ເຊິ່ງເປັນເລື່ອງທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ໃນລະດັບສູງ.

ໃນຖານະເປັນປະເທດທີ່ມີໂທດກຳຢ່າງຫຼວງຫຼາຍຕໍ່ປະເທດໃກ້ຄຽງຢູ່ອາຊີ, ຍີ່ປຸ່ນຄວນທົບທວນຄືນປະຫວັດສາດການຮຸກຮານຂອງຕົນ, ເຄົາລົບຄວາມເປັນຫ່ວງດ້ານຄວາມປອດໄພຂອງປະເທດໃກ້ຄຽງຂອງຕົນຢູ່ອາຊີ, ຍຸດຕິການກະທຳຜິດພາດທີ່ປ່າວປະກາດອັນທີ່ເອີ້ນວ່າໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຈາກເຂດອ້ອມຂ້າງ ແລະຊອກຫາຂໍ້ອ້າງໃຫ້ແກ່ການເສີມສ້າງກອງທັບ ແລະແຜ່ອຳນາດດ້ວຍກຳລັງທະຫານ