ທ່ານສີຈີ້ນຜິງສົ່ງສານອວຍພອນໄປຍັງງານເອັກສໂປຣຈີນ-ອາຊີເອີລົບຄັ້ງທີ 7

2022-09-20 10:22:33 CRI


ວັນທີ 19 ກັນຍານີ້,ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງງານເອັກສໂປຣຈີນ-ອາຊີເອີລົບຄັ້ງທີ 7.


    ເນື້ອໃນສານອວຍພອນຂອງທ່ານສີຈີ້ນຜິງຊີ້ອອກວ່າ, ແຜ່ນດິນໃຫຍ່ອາຊີເອີລົບແມ່ນເຕັມໄປດ້ວຍພະລັງຊີວິດ ແລະ ກຳລັງແຮງບົ່ມຊ້ອນດ້ານການພັດະນາ,ແມ່ນພາກພື້ນຈຸດສຸມດ້ານການຮ່ວມມືສາກົນທີ່ພ້ອມກັນກໍ່ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ຫຼາຍປີມໍ່ໆມານີ້, ເຂດປົກຄອງຕົນເອງເຜົ່າອຸຍເກີຊີ່ນຈ່ຽງຂອງຈີນໄດ້ເສີມຂະຫຍາຍທ່າແຮງດ້ານພາກພື້ນຢ່າງເຕັມທີ່,ຕັ້ງໜ້າຊຸກຍູ້ການກໍ່ສ້າງເຂດແກນກາງແລວເສດຖະກິດເສັ້ນທາງສາຍໄໝ, ຊຸກຍູ້ຈີນ ກັບ ປະເທດພາກພື້ນອາຊີເອີລົບໃຫ້ເຊື່ອມຈອດກັນ,ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມກັນພັດທະນາ ແລະ ໄດ້ຮັບຜົນງານອັນຕັ້ງໜ້າ.

 

     ມື້ດຽວກັນ,ງານເອັກສໂປຈີນ-ອາຊີເອີລົບຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນອູຣູມກີເຂດຊີ່ນຈ່ຽງຈີນ ໂດຍມີຫົວຂໍ້ວ່າ: ພ້ອມກັນຫາລື, ພ້ອມກັນກໍ່ສ້າງ, ພ້ອມກັນຊົມໃຊ້, ຮ່ວມມືກັນມຸ່ງໜ້າສູ່ອະນາຄົດ, ຈັດຂຶ້ນໂດຍກະຊວງການຄ້າ, ກະຊວງການຕ່າງປະເທດ, ສະມາຄົມຊຸກຍູ້ການຄ້າຈີນ ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າອຸຍເກີຊີ່ນຈ່ຽງ.