ປະທານາທິບໍດີຣັດເຊຍຈັດກອງປະຊຸມກັບເຈົ້າໜ້າທີ່ລັດຖະບານຜ່ານທາງວິດີໂອເພື່ອຫາລືບັນຫາເສດຖະກິດ

2022-09-20 10:10:22 CRI


       ວັນທີ 19 ກັນຍານີ້, ທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຈັດກອງປະຊຸມກັບເຈົ້າໜ້າທີ່ລັດຖະບານຜ່ານທາງວິດີໂອເພື່ອຫາລືກ່ຽວກັບບັນຫາເສດຖະກິດ.


ທ່ານປູຕິນຮຽກຮ້ອງໃຫ້ລັດຖະບານພິຈາລະນາປັດໄຈພາວະວິໄສທີ່ອາດຈະສ້າງຜົນກະທົບຕໍ່ລາຍຮັບໃນເວລາວາງແຜນງົບປະມານ ແລະ ສ້າງກົນໄກທີ່ເປັນລະບົບ, ຮັກສາງົບປະມານໃຫ້ມີຄວາມດຸ່ດ່ຽງໃນເວລາ 3 ປີຕໍ່ໜ້າ ເພື່ອແກ້ໄຂບັນຫາເສດຖະກິດທີ່ຕ້ອງໄດ້ແກ້ໄຂດ່ວນ.