ເລື່ອງລາວຂອງທ່ານສີຈິ້ນຜິງ ຜູ້ນຳພາການປະຕິຮູບ ພາກທີ 9

2022-09-20 16:07:21 cri

ເດືອນມິຖຸນາປີ 1985, ທ່ານສີຈິ້ນຜິງໄດ້ຖືກຍົກຍ້າຍຈາກເມືອງເຈີ້ງຕິ້ງແຂວງເຫີເປີຍ, ໄປເຮັດວຽກຢູ່ແຂວງຟູຈ້ຽນ ເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງຈີນ. ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຟູຈ້ຽນເປັນເວລາ 17 ປີເຄິ່ງ, ໂດຍດຳລົງຕຳແໜ່ງທີ່ສຳຄັນຢູ່ນະຄອນເຊ້ຍເມີນ ເຂດນິງເຕີ, ນະຄອນຟູໂຈ່ທີ່ເປັນເທສະບານແຂວງຟູຈ້ຽນ, ຄະນະພັກ ແລະ ອົງການປົກຄອງແຂວງຟູຈ້ຽນຕາມລຳດັບ. ແຂວງຟູຈ້ຽນແມ່ນດ່ານໜ້າໃນການເປີດປະຕູສູ່ພາຍນອກຂອງຈີນ, ມີໂອກາດການພັດທະນາຢ່າງຫຼວງຫຼາຍ, ໃນຂະນະດຽວກັນ ກໍໄດ້ປະສົບກັບບັນຫາຫຍຸ້ງຍາກຕ່າງໆນານາ. ໃນໄລຍະທີ່ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ນຳພາການປະຕິຮູບທີ່ມີລັກສະນະປະດິດສ້າງໃໝ່ຫຼາຍດ້ານໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ການປະຕິຮູບໂຄງປະກອບລັດວິສາຫະກິດ, ການເປີດປະຕູສູ່ພາຍນອກ ແລະ ອື່ນໆ. ຕໍ່ໄປແມ່ນເລື່ອງລາວທີ່ທ່ານສີຈິ້ນຜິງນຳພາ ແລະ ຊຸກຍູ້ການປະຕິຮູບຢູ່ແຂວງຟູຈ້ຽນ.

ເພິ່ນໄດ້ເຮັດໃຫ້ອ້ອຍເລົາກາຍເປັນ “ພືດສ້າງຄວາມຮັ່ງມີ”ທີ່ຊ່ວຍປະຊາຊົນຫຼາຍປະເທດຫຼຸດພົ້ນອອກຈາກຄວາມທຸກຍາກ

ວັນທີ 5 ກໍລະກົດປີ 2000, ຢູ່ໃນຫ້ອງປະຊຸມຫ້ອງໜຶ່ງຂອງອົງການປົກຄອງແຂວງຟູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ, ໄດ້ຈັດພິທີມອບລາງວັນໃຫ້ບຸກຄົນດີເດັ່ນຜູ້ໜຶ່ງໂດຍສະເພາະ. ຜູ້ທີ່ໄດ້ຮັບລາງວັນຊື່ວ່າ ທ່ານຫຼິນຈ້ານຊີ, ຜູ້ມອບລາງວັນ ແມ່ນທ່ານສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນ.

ຍ້ອນຫຍັງຈຶ່ງມອບລາງວັນໃຫ້ແກ່ທ່ານຫຼິນຈ້ານຊີ? ເພາະວ່າການປະດິດສ້າງເຕັກນິກຢ່າງໜຶ່ງຂອງທ່ານ, ໄດ້ຫັນປ່ຽນຮູບແບບການປູກເຫັດກິນ, ເຊິ່ງໄດ້ເປີດເສັ້ນທາງໃໝ່ທີ່ຊ່ວຍໃຫ້ປະຊາຊົນທ້ອງຖິ່ນຫຼຸດພົ້ນອອກຈາກຄວາມທຸກຍາກ.

 

ປີ 1997, ທ່ານຫຼິນຈ້ານຊີ (ຊ້າຍ 1) ນຳພາໜ່ວຍງານຄົ້ນຄວ້າລອງປູກອ້ອຍເລົາ

ຢູ່ເມືອງເຜີງຊ້ຽນເຂດປົກຄອງຕົນເອງເຜົ່າຫຸຍນີງເຊ້ຍ

ໃນຊຸມປີ 1980, ຊາວກະສິກອນຢູ່ບາງທ້ອງຖິ່ນຂອງແຂວງຟູຈ້ຽນຍັງມີຄວາມທຸກຍາກ. ໃນເວລານັ້ນ, ບາງຄົນເລີ່ມນຳໃຊ້ທ່ອນໄມ້ເພື່ອປູກເຫັດຫອມ, ຍ້ອນວ່າໃຊ້ເງິນລົງທຶນໜ້ອຍ ແລະ ເກີດປະສິດທິຜົນໄວ, ຄົນເຫຼົ່ານີ້ກໍໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນຢ່າງວ່ອງໄວ. ແຕ່ວິທີການແບບນີ້ແມ່ນສິ້ນເປືອງທ່ອນໄມ້ຢ່າງຫຼວງຫຼາຍ, ເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ຢູ່ແຫ່ງນັ້ນຫຼຸດຕ່ຳລົງ, ບັນຫາທີ່ນ້ຳເຊາະດິນເຈື່ອນນັບມື້ນັບໜັກໜ່ວງຂຶ້ນ.

ເຮັດແນວໃດຈຶ່ງຈະສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງການສ້າງຄວາມຮັ່ງມີດ້ວຍການປູກເຫັດກິນ ແລະ ການອະນຸລັກຊັບພະຍາກອນປ່າໄມ້, ເຮັດໃຫ້ເຫັດປະເພດກິນໄດ້ກາຍເປັນຊ່ອງທາງສ້າງລາຍຮັບທີ່ໝັ້ນຄົງຂອງຊາວກະສິກອນ, ຂະນະທີ່ບໍ່ໄດ້ຕັດໄມ້ຫຼາຍເກີນໄປ, ນີ້ແມ່ນບັນຫາຫຍຸ້ງຍາກຂໍ້ໜຶ່ງທີ່ທ່ານສີຈິ້ນຜິງສຸມຄວາມພະຍາຍາມແກ້ໄຂໃນເວລາເຮັດວຽກຢູ່ເຂດນິງເຕີແຂວງຟູຈ້ຽນເມື່ອທ້າຍຊຸມປີ 1980.

 


ອ້ອຍເລົາທີ່ຢູ່ໂຮງຮຽນສາຂາຊີຊ່ານຂອງມະຫາວິທະຍາໄລກະສິກຳແລະປ່າໄມ້ຟູຈ້ຽນ (ຈາກຂ່າວສານຊິນຮວາ)


ໃນເວລານັ້ນ, ການທົດລອງທີ່ທ່ານຫຼິນຈ້ານຊີດຳເນີນຢູ່ວິທະຍາໄລກະເສດຟູຈ້ຽນ ໂດຍນຳໃຊ້ຫຍ້າທົດແທນທ່ອນໄມ້ເຂົ້າໃນການປູກເຫັດກິນແມ່ນໄດ້ຮັບຄວາມຄືບໜ້າອັນສຳຄັນ, ທ່ານໄດ້ປະດິດສ້າງເຕັກນິກປູກອ້ອຍເລົາທີ່ສາມາດເຜີຍແຜ່ຢ່າງກວ້າງຂວາງ. ອ້ອຍເລົາໃຫຍ່ທີ່ມີຄວາມສູງ 8 ແມັດ, ໜຶ່ງປີສາມາດເກັບກ່ຽວໄດ້ 3-6 ເທື່ອ, ຜົນຜະລິດອ້ອຍເລົາສົດສູງສຸດຈະມີເຖິງ 853 ໂຕນຕໍ່ເຮັກຕາ; ການປູກອ້ອຍເລົາໃຫຍ່ 1 ເຮັກຕາ, ສາມາດໃຊ້ຜະລິດເຫັດສົດ 100 ໂຕນ, ໃຊ້ເປັນຫົວອາຫານສັດສາມາດລ້ຽງແກະໄດ້ 400-500 ໂຕ.

ຜົນການຄົ້ນຄວ້າດັ່ງກ່າວຂອງທ່ານຫຼິນຈ້ານຊີເຮັດໃຫ້ທ່ານສີຈິ້ນຜິງສົນໃຈໃນລະດັບສູງ. ຈາກນັ້ນບໍ່ດົນ ຜົນການຄົ້ນຄວ້ານີ້ກໍໄດ້ກາຍເປັນວິທີທີ່ມີປະສິດທິຜົນ ເຮັດໃຫ້ແຂວງຟູຈ້ຽນສາມາດຊຸກຍູ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ສ້າງຄວາມຮັ່ງມີຂຶ້ນ ທັງສາມາດອະນຸລັກສິ່ງແວດລ້ອມນິເວດ.

ເຕັກນິກປູກອ້ອຍເລົາ, ບໍ່ພຽງແຕ່ເຮັດໃຫ້ປະຊາຊົນທ້ອງຖິ່ນມີຊີວິດການເປັນຢູ່ດີຂຶ້ນເທົ່ານັ້ນ, ຍັງຂະຫຍາຍອອກຈາກແຂວງຟູຈ້ຽນ ໄປສູ່ທົ່ວປະເທດ ກໍຄືທົ່ວໂລກ, ເຮັດໃຫ້ຄົນຫຼາຍກວ່າເກົ່າໄດ້ຮັບຜົນປະໂຫຍດ. 

ປີ 1996, ຈີນໄດ້ວາງຍຸດທະສາດໃຫ້13 ແຂວງ ແລະ ກຳແພງນະຄອນທີ່ອ່າວພັດທະນາຢູ່ພາກຕາເວັນອອກ ຊ່ວຍເຫຼືອ 10 ແຂວງ ແລະ ເຂດປົກຄອງຕົນເອງຢູ່ພາກຕາເວັນຕົກ, ໂດຍກຳນົດໃຫ້ແຂວງຟູຈ້ຽນຊ່ວຍເຫຼືອເຂດປົກຄອງຕົນເອງເຜົ່າຫຸຍນິງເຊ້ຍ ທາງພາກຕາເວັນຕົກສຽງເໜືອຂອງຈີນ. ທ່ານສີຈິ້ນຜິງທີ່ເປັນຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນໄດ້ເປັນຫົວໜ້າໜ່ວຍຊີ້ນຳວຽກງານຊ່ວຍເຫຼືອນິງເຊ້ຍ, ຊຸກຍູ້ໃຫ້ເຕັກນິກປູກອ້ອຍເລົາເຜີຍແຜ່ນຳໃຊ້ຢູ່ເຂດນິງເຊ້ຍ, ກາຍເປັນ “ພືດສ້າງຄວາມຮັ່ງມີ” ສຳລັບຊາວກະສິກອນເຂດນິງເຊ້ຍ.

ພາຍໃຕ້ການສະໜັບສະໜູນອັນແຂງແຮງຂອງທ່ານສີຈິ້ນຜິງ, ທ່ານຫຼິນຈ້ານຊີພ້ອມດ້ວຍທິມງານໄດ້ສ້າງເວທີຄົ້ນຄວ້າ ແລະປະດິດສ້າງເຕັກນິກປູກອ້ອຍເລົາລະດັບຊາດ 3 ແຫ່ງ, ພ້ອມທັງເຜີຍແຜ່ເຕັກນິກນີ້ໃນທົ່ວປະເທດ. ທ່ານສີຈິ້ນຜິງຍັງສົ່ງເສີມໃຫ້ລາວສົ່ງອອກເຕັກນິກນີ້ໄປສູ່ຕ່າງປະເທດ, ເຮັດໃຫ້ຄົນຫຼາຍກວ່າເກົ່າໄດ້ຮັບຜົນປະໂຫຍດ.

 


ເດືອນເມສາປີ 2006, ສະມາຊິກສະຫະກອນອ້ອຍເລົາແຫ່ງໜຶ່ງ

ຂອງອາຟຣິກາໃຕ້ກັບເຫັດທີ່ປູກດ້ວຍອ້ອຍເລົາ (ຈາກຂ່າວສານຊິນຮວາ) 


ເດືອນກໍລະກົດປີ 1997, ທ່ານຫຼິນຈ້ານຊີໄດ້ນຳພາໜ່ວຍຊ່ຽວຊານແນະນຳເຕັກນິກປູກອ້ອຍເລົາໄປສູ່ແຂວງອິສເຕີນ ໄຮແລນປະເທດປາປົວນິວກີເນ, ສອນປະຊາຊົນທ້ອງຖິ່ນປູກອ້ອຍເລົາ. ເມື່ອເຫັນເຕັກນິກນີ້ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງຫຼວງຫຼາຍ, ຊາວບ້ານຢູ່ທ້ອງຖິ່ນແຫ່ງນັ້ນທັງເຕັ້ນທັງຮ້ອງວ່າ: “ປະເທດຈີນ ອ້ອຍເລົາ!”

ເມື່ອກ້າວເຂົ້າສູ່ສະຕະວັດທີ 21, ເຕັກນິກປູກອ້ອຍເລົາໄດ້ເຂົ້າສູ່ໄລຍະສຳຄັນທີ່ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາອຸດສາຫະກຳ “ບໍ່ກ້າວໜ້າກໍຈະຖອຍຫຼັງ”, ຕ້ອງການການສະໜັບສະໜູນອັນແຂງແຮງຈາກລັດຖະບານຢ່າງຮີບດ່ວນ. ທ່ານຫຼິນຈ້ານຊີຮຽກຮ້ອງໃຫ້ສ້າງຫ້ອງທົດລອງວິທະຍາສາດອ້ອຍເລົາຢູ່ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ຟູຈ້ຽນທີ່ເປັນຫົວໜ່ວຍປະດິດສ້າງເຕັກນິກປູກອ້ອຍເລົາໂດຍໄວ. ແຕ່ໃນເວລານັ້ນມີຄວາມເຫັນທີ່ຂັດແຍ້ງກັນຢ່າງຫຼວງຫຼາຍ. 

ໂດຍຜ່ານການສຳຫຼວດຄົ້ນຄວ້າ ແລະ ຕີລາຄາຢ່າງເຕັມສ່ວນ 2 ເທື່ອ, ປີ 2002, ທ່ານສີຈິ້ນຜິງທີ່ເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ອອກຂໍ້ຕົກລົງ ສ້າງຕັ້ງຫ້ອງທົດລອງວິທະຍາສາດອ້ອຍເລົາແຫ່ງທຳອິດຂອງຈີນ, ດັ່ງນັ້ນ ເຕັກນິກປູກອ້ອຍເລົາຈຶ່ງໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງໃນສະຕະວັດໃໝ່. 

ປີ 2017, ເຕັກນິກປູກອ້ອຍເລົາໄດ້ຖືກອົງການວຽກງານເສດຖະກິດແລະສັງຄົມຂອງສະຫະປະຊາຊາດຈັດເຂົ້າເປັນໂຄງການ “ກອງທຶນຈີນ-ສະຫະປະຊາຊາດເພື່ອສັນຕິພາບ ແລະ ການພັດທະນາ”. ປັດຈຸບັນນີ້, ເຕັກນິກປູກອ້ອຍເລົາທີ່ກຳເນີດຢູ່ຈີນໄດ້ເຜີຍແຜ່ຢູ່ 106 ປະເທດ, ໄດ້ສ້າງຖານສາທິດຢູ່ ຟີຈີ ຣູວັນດາແລະອື່ນໆລວມທັງໝົດ 13 ປະເທດ, ແລະອົບຮົມໃຫ້ສຳມະນາກອນໄດ້ຫຼາຍກວ່າໝື່ນຄົນ.

ເພິ່ນ ໄດ້ເຮັດໃຫ້ອ້ອຍເລົາກາຍເປັນ “ພືດສ້າງຄວາມຮັ່ງມີ” ທີ່ຊ່ວຍປະຊາຊົນຫຼາຍປະເທດຫຼຸດພົ້ນອອກຈາກຄວາມທຸກຍາກ.