ງານວາງສະແດງສິນຄ້າຈີນ-ອາຊຽນຈະເພີ່ມກຳລັງຂັບເຄື່ອນໃໝ່ ແລະ ສະໜອງໂອກາດໃໝ່ເພື່ອຊຸກຍູ້ໃຫ້ເສດຖະກິດຟື້ນຟູຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19

2022-09-20 10:16:54 CRI

 

 ວັນທີ 19 ກັນຍານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປັດຈຸບັນ, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 19 ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ໃນຖານະເປັນກິດຈະກຳທີ່ມີມູນເຊື້ອຂອງການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຈີນ ກັບ ອາຊຽນນັບແຕ່ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າເທື່ອນີ້ມີຄວາມໝາຍ ແລະ ໝາກຜົນພິເສດຫຍັງແດ່?


    ທ່ານນາງເມົານີງແນະນຳວ່າ:ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ໄດ້ຈັດກິດຈະກຳຊຸກຍູ້ການລົງທຶນ 40 ຄັ້ງ, ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງມີ 1.653 ແຫ່ງ, ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງຜ່ານທາງອອນລາຍມີຫຼາຍກວ່າ 2.000 ແຫ່ງ. ຝ່າຍຕ່າງໆໄດ້ເຊັນໂຄງການຮ່ວມມື 267 ໂຄງການ, ຍອດມູນຄ່າການລົງທຶນບັນລຸເຖິງ 413 ຕື້ຢວນ, ເພີ່ມຂຶ້ນ 37% ເມື່ອທຽບໃສ່ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງຜ່ານມາ.

 

     ທ່ານນາງເມົານີງກ່າວຕື່ມວ່າ: ເຊື່ອໝັ້ນວ່າ, ໃນຖານະເປັນເວທີສຳຄັນທີ່ລົງເລິກການຮ່ວມມືລະຫວ່າງຈີນ ກັບອາຊຽນ ແລະ ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ງານວາງສະແດງສິນຄ້າຈີນ-ອາຊຽນຈະເພີ່ມກຳລັງຂັບເຄື່ອນໃໝ່ ແລະ ສະໜອງໂອກາດໃໝ່ເພື່ອຊຸກຍູ້ໃຫ້ເສດຖະກິດຟື້ນຟູຢ່າງຕໍ່ເນື່ອງ ແລະ ກໍ່ສ້າງເສດຖະກິດພາກພື້ນແບບເປີດປະຕູຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19.