ຜູ້ຕາງໜ້າຖາວອນຈີນກ່າວປາໄສໃນສະພາສິດທິມະນຸດຂອງສປຊ ໂດຍຮຽກຮ້ອງໃຫ້ບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ

2022-09-20 14:48:22 cri


   ວັນທີ19ກັນຍານີ້, ຜູ້ຕາງໜ້າຖາວອນຂອງຈີນໄດ້ກ່າວປາໄສໃນກອງປະຊຸມສະພາສິດທິມະນຸດຂອງອົງການສະຫະປະຊາຊາດຊຸດທີ51 ສົນທະນາກັບຜູ້ຊ່ຽວຊານເອກະລາດກ່ຽວກັບບັນຫາປະຊາທິປະໄຕ, ຍຸຕິທຳແລະລະບຽບສາກົນ ໂດຍຮຽກຮ້ອງໃຫ້ບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ,ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ.

   ຜູ້ຕາງໜ້າຖາວອນຂອງຈີນກ່າວຕື່ມວ່າ: ລັດທິຫຼາຍຝ່າຍ ແມ່ນແນວຄິດແກນກາງຂອງລະບົບສາກົນແລະລະບຽບສາກົນທີ່ເຄື່ອນໄຫວໃນປັດຈຸບັນ,ແມ່ນວິທີທາງທີ່ມີປະສິດທິຜົນໃນການ ປົກປ້ອງສັນຕິພາບແລະຊຸກຍູ້ການພັດທະນາ. ປະຊາຄົມໂລກຕ້ອງປ້ອງກັນແລະປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ,ພ້ອມກັນຕໍ່ຕ້ານລັດທິກຳອຳນາດແລະການເມືອງເປັນກຸ່ມ,ຮ່ວມກັນຄັດຄ້ານການລົງໂທດພຽງແຕ່ຝ່າຍດຽວແລະ“ອຳນາດແຂນຍາວ".