ພິທີຊາປະນະກິດສົບພະລາຊິນີເອລີຊາເບດທີ 2 ຂອງອັງກິດຈັດ ຂຶ້ນຢູ່ນະຄອນຫຼວງລອນດອນ

2022-09-20 14:42:51 cri


    ວັນທີ 19 ກັນຍານີ້ຕາມເວລາທ້ອງຖິ່ນ, ພິທີຊາປະນະກິດສົບພະລາຊິນີເອລີຊາເບດທີ 2 ຂອງອັງກິດໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນປະເທດອັງກິດ.

ຕາມຂ່າວລາຍງານວ່າ, ພິທີຊາປະນະກິດສົບຄັ້ງນີ້ແມ່ນອັງກິດຈັດພິທີຊາປະນະກິດສົບລະດັບສູງອີກຄັ້ງໜຶ່ງໃນຮອບ 60 ປີ ພາຍຫຼັງ ທ່ານ ວິນສໂຕນ ເຈີຈິວ ອະດີດນາຍົກລັດຖະມົນຕີເຖິງແກ່ມໍລະນະກຳ. ໃນມື້ຈັດພິທີຊາປະນະກິດສົບ, ສູນການຄ້າ ແລະສະຖານີໄປສະນີຈຳນວນໜຶ່ງໄດ້ປິດບໍລິການ, ໂຮງຮຽນໄດ້ພັກຮຽນ.

ວັນທີ 8 ກັນຍານີ້ຕາມເວລາທ້ອງຖິ່ນ, ພະລາຊິນີເອລີຊາເບດທີ 2 ຂອງອັງກິດໄດ້ສິ້ນພະຊົນຢູ່ ຜາສາດບາວໂມໂຣ ສະກັອດແລນ, ລວມອາຍຸໄດ້ 96 ປີ.