ກະຊວງການຄ້າຈີນ:ສະໜັບສະໜູນຖານະແກນກາງຂອງອາຊຽນໃນ RCEP

2022-09-21 10:45:51 CRI



   ຫວ່າງມໍ່ໆມານີ້, ໃນເວລາເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຫຼັງຈາກ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEPມີຜົນສັກສິດ, ທ່ານວາງໂຊ້ເວີນ ຜູ້ຕາງໜ້າການເຈລະຈາການຄ້າສາກົນ ທັງເປັນຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ:ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຈັດຕັ້ງປະຕິບັດຂອງ RCEP, ຊຸກຍູ້ການຈັດຕັ້ງປະຕິບັດຕາມສັນຍາຢ່າງມີຄຸນນະພາບສູງ, ນຳໃຊ້ມາດຕະການຕ່າງໆເພື່ອຊ່່ວຍເຫຼືອບັນດາວິສາຫະກິດຮູ້ ແລະ ນຳໃຊ້ນະໂຍບາຍRCEP ຢ່າງດີກວ່າເກົ່າ. ຍິນດີຮ່ວມກັບຝ່າຍຕ່າງໆ, ຕັ້ງໜ້າແລກປ່ຽນຄວາມຄິດເຫັນ, ພ້ອມກັນຍົກສູງປະສິດທິຜົນຂອງການປະຕິບັດສັນຍາ. ຫວັງວ່າ, ຝ່າຍຕ່າງໆຈະກຽມພ້ອມເປີດໃຫ້ສະມາຊິກໃໝ່ເຂົ້າຮ່ວມຫຼັງຈາກ RCEP ມີຜົນສັກສິດເປັນເວລາ 1 ປີເຄິ່ງໂດຍອີງຕາມຂໍ້ກຳນົດຂອງສັນຍາ. ຈີນສະໜັບສະໜູນຖານະແກນກາງຂອງອາຊຽນໃນ RCEP, ຍິນດີລົງເລິກການຮ່ວມມືດ້ານເສດຖະກິດການຄ້າກັບຝ່າຍຕ່າງໆ, ຊຸກຍູ້ໃຫ້ເສດຖະກິດພາກພື້ນພັດທະນາຢ່າງຈະເລີນຮຸ່ງເຮືອງ, ສ້າງຜົນປະໂຫຍດຫຼາຍກວ່າໃຫ້ແກ່ວິສາຫະກິດ ແລະ ປະຊາຊົນໃນພາກພື້ນ.