ປະທານາທິບໍດີຕູຣາເຄຍ:ຍັງພະຍາຍາມຊຸກຍູ້ໃຫ້ຜູ້ນຳຣັດເຊຍ ແລະ ອູແກຣນຈັດການເຈລະຈາ

2022-09-21 10:52:30 CRI


    ວັນທີ 19 ກັນຍານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາ, ທ່ານຣີເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍເປີດເຜີຍໃຫ້ຮູ້ວ່າ, ຣັດເຊຍ ກັບ ອູແກຣນໄດ້ກ້າວເຖິງຂັ້ນເປັນເອກະສັນກັນຕໍ່ການແລກປ່ຽນຊະເລີຍເສິກ 200 ຄົນ, “ນີ້ແມ່ນການພັດທະນາທີ່ດີງາມ.”

 

    ທ່ານເອີໂດການກ່າວຕື່ມວ່າ, ທ່ານໄດ້ຮັກສາການຕິດຕໍ່ກັບທ່ານວະລາຕີເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານໂວໂລດີເມຍ ເຊລຽນສະກີ ປະທານາທິບໍດີອູແກຣນມາໂດຍຕະຫຼອດເພື່ອຊຸກຍູ້ໃຫ້ຜູ້ນຳສອງປະເທດຈັດການເຈລະຈາ. ເຖິງວ່າຍັງບໍ່ໄດ້ຮັບຜົນສຳເລັດກໍຕາມ, ແຕ່ທ່ານຍັງພະຍາຍາມເຮັດຢູ່.