ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເພີ່ມພະລັງໃໝ່ໃຫ້ແກ່ການພັດທະນາໃນການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນ

2022-09-21 14:40:53 cri

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ທີ່ດຳເນີນເປັນເວລາ 4 ວັນໄດ້ສິ້ນສຸດລົງຢູ່ນະຄອນນານນິງເຂດກວາງຊີຂອງຈີນ. ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ໄດ້ຈັດຂຶ້ນດ້ວຍຮູບແບບ “ທາງອອນລາຍ ແລະ ອັອບລາຍ” ໄປພ້ອມກັນ, ໄດ້ຈັດກິດຈະກຳເສດຖະກິດການຄ້າທາງອອນລາຍ ແລະ ອັອບລາຍ 88 ແຫ່ງ, ໄດ້ຊຸກຍູ້ການຈັບຄູ່ການຄ້າ ແລະ ໂຄງການຮ່ວມມື 3.500 ກວ່າຄູ່. ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ມີວິສາຫະກິດ 1.653 ແຫ່ງເຂົ້າຮ່ວມ, ເມື່ອທຽບໃສ່ງານວາງສະແດງຄັ້ງແລ້ວນີ້ເພີ່ມຂຶ້ນ 10%. “ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍ” ໄດ້ຈັດຂຶ້ນຕະຫຼອດປີ, ປີນີ້ໄດ້ດຶງດູດວິສາຫະກິດຫຼາຍກວ່າ 2.000 ແຫ່ງເຂົ້າຮ່ວມ. ໂດຍຜ່ານການພັດທະນາມາເປັນເວລາຫຼາຍປີ, ຊ່ອງທາງແລກປ່ຽນກັນລະຫວ່າງຈີນກັບອາຊຽນທີ່ສ້າງຕັ້ງຂຶ້ນໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊຽນໄດ້ນັບມື້ນັບສະດວກກວ່າເກົ່າ.

ໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້, ຢູ່ເຂດວາງສະແດງສະເພາະປະເທດສະມາຊິກອາຊຽນເຊັ່ນ: ປະເທດລາວ ແລະ ອື່ນໆ ມີນັກທຸລະກິດ ແລະ ລູກຄ້າມາທ່ຽວຊົມແລະສົນທະນາກັນຢ່າງຫຼວງຫຼາຍ. ຢູ່ເຂດວາງສະແດງສິນຄ້າດີເດັ່ນ RCEP ທີ່ສ້າງຕັ້ງຂຶ້ນເປັນຄັ້ງທຳອິດ, ເຄື່ອງສຳອາງ, ເຄື່ອງເສີມສຸຂະພາບ ແລະ ອື່ນໆທີ່ມາຈາກປະເທດຕ່າງໆມີມາກມາຍຫຼາກຫຼາຍ; ຢູ່ເຂດວາງສະແດງສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ບ່ອນວາງສະແດງປະເທດປາກິສຖານໄດ້ວາງສະແດງເຄື່ອງຫັດຖະກຳທີ່ເຮັດດ້ວຍມືຕໍ່ຜູ້ຊົມທັງຫຼາຍ, ໃນພິທີເຊັນສັນຍາຂອງງານວາງສະແດງສິນຄ້າຈີນອາຊຽນຄັ້ງທີ 19 ທີ່ຈັດຂຶ້ນໃນວັນທີ 16 ກັນຍານີ້, ຝ່າຍຕ່າງໆໄດ້ເຊັນສັນຍາໂຄງການການຮ່ວມມື 267 ໂຄງການ, ຍອດມູນຄ່າການລົງທຶນຫຼາຍກ່ວາ 400 ຕື້ຢວນ,  ເມື່ອທຽບໃສ່ຄັ້ງຜ່ານມາໄດ້ເພີ່ມຂຶ້ນ 37%. ພາຍໃຕ້ການຊຸກຍູ້ຈາກງານວາງສະແດງສິນຄ້າຈີນ-ອາຊຽນ, ການຮ່ວມມືລະຫວ່າງຈີນກັບອາຊຽນໄດ້ໝາກຜົນຢ່າງຫຼວງຫຼາຍ.

ປີນີ້ແມ່ນປີທຳອິດຫຼັງຈີນ ແລະ ອາຊຽນໄດ້ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທັງເປັນປີທຳອິດທີ່ RCEP ມີຜົນບັງຄັບໃຊ້, ການສ້າງເຂດການຄ້າເສລີຈີນ-ອາຊຽນ 3.0 ກໍຈະເລີ່ມຕົ້ນໃນໄວໆນີ້. ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ໄດ້ຖືການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບອາຊຽນເປັນໂອກາດທີ່ດີ, ເພື່ອເປີດກວ້າງຊ່ອງທາງການຮ່ວມມືລະຫວ່າງຈີນກັບອາຊຽນໃຫ້ກວ້າງຂວາງກວ່າເກົ່າ, ແລະໄດ້ນຳເອົາໂອກາດທາງການຄ້າໃໝ່ມາໃຫ້ກັນແລະກັນ. ທ່ານຊູນິງນິງ ປະທານສະພາການຄ້າຈີນ-ອາຊຽນກ່າວວ່າ: “RCEP ສາມາດມີຜົນບັງຄັບໃຊ້ຢ່າງສະດວກ, ເຂດການຄ້າເສລີຈີນ-ອາຊຽນທີ່ຍົກລະດັບເທື່ອລະກ້າວໄດ້ເສີມຂະຫຍາຍບົດບາດຊຸກຍູ້ທີ່ສຳຄັນ. ຖ້າວ່າເຂດການຄ້າເສລີຈີນ-ອາຊຽນ 3.0 ເລີ່ມປະຕິບັດ, ບວກກັບຜົນດີຈາກ RCEP, ບໍ່ວ່າການຍົກເວັ້ນ ແລະ ຫຼຸດພາສີ, ຫຼືວ່າການສ້າງຄວາມສະດວກໃຫ້ແກ່ການຄ້າ, ລ້ວນແຕ່ຈະກ້າວຂຶ້ນສູ່ລະດັບໃໝ່ອີກຄັ້ງໜຶ່ງ.”

ຈາກການບໍລິການການສ້າງເຂດການຄ້າເສລີຈີນ-ອາຊຽນຫາການຊຸກຍູ້ໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການປະຕິບັດຢູ່ປະເທດສະມາຊິກອາຊຽນ, ຕະຫຼອດຮອດການຊຸກຍູ້ໃຫ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ມີຜົນບັງຄັບໃຊ້, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ສ້າງເວທີແລກປ່ຽນ ແລະ ຮ່ວມມືທີ່ມີຫຼາຍລະດັບ ແລະ ຮອບດ້ານໃຫ້ແກ່ການຂະຫຍາຍສາຍພົວພັນລະຫວ່າງຈີນກັບອາຊຽນ, ໄດ້ສ້າງສາຍພົວພັນແລກປ່ຽນວັດທະນະທຳທີ່ເຂົ້າໃຈກັນ, ໃກ້ຊິດກັນ ແລະ ເຊື່ອມຍົງເຂົ້າກັນໃຫ້ແກ່ວິສາຫະກິດ ແລະ ປະຊາຊົນຂອງປະເທດຈີນ ແລະ ອາຊຽນ, ໄດ້ເພີ່ມພະລັງໃໝ່ໃຫ້ແກ່ການພັດທະນາໃນການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນ.