ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ: ບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນເປັນຕາຖອດຖອນ ແລະນຳໃຊ້

2022-09-21 17:43:43 cri

 

    ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ພວມຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາ. ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນໃນວັນທີ 19 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ອາມີນາ ໂມຮຳເມດ ຮອງເລຂາທິການໃຫຍ່ປະຈຳອົງການສະຫະປະຊາຊາດກ່າວວ່າ: ສຳລັບເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຂອງແຜນການພັດທະນາສະຫັດະສະວັດຂອງອົງການສະຫະປະຊາຊາດສາມາດບັນລຸຜົນເປັນຈິງໄດ້, ຄວາມພະຍາຍາມອັນພົ້ນເດັ່ນໃນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນມີຄວາມສຳຄັນຫຼາຍ. ບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນເປັນຕາຖອດຖອນ ແລະນຳໃຊ້.

   ທ່ານນາງ ອາມີນາ ໂມຮາເມດກ່າວຕື່ມວ່າ: ປັດໄຈສຳຄັນທີ່ສາມາດຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ມີຫຍັງແດ່? ການສຶກສາແມ່ນຢ່າງໜຶ່ງ, ອາຫານການກິນທີ່ມີຄຸນປະໂຫຍດແມ່ນອີກຢ່າງໜຶ່ງ, ສອງຢ່າງນີ້ແມ່ນສາເຫດທີ່ປະເທດຈີນສາມາດປະສົບຜົນສຳເລັດໃນດ້ານການລຶບລ້າງຄວາມທຸກຍາກໄດ້. ຂ້າພະເຈົ້າເຫັນວ່າ: ການຖອດຖອນບົດຮຽນດ້ານການນຳພາປະຊາຊົນຈຳນວນຫຼາຍລຶບລ້າງຄວາມທຸກຍາກຂອງຈີນແມ່ນມີຄວາມສຳຄັນຫຼາຍ.