ເລີ່ມດຳເນີນກິດຈະກຳລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ121

2022-09-21 11:44:38 cri


   ນັກຂ່າວໄດ້ຮັບຂໍ້ມູນຈາກພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນວ່າ: ຕອນເຊົ້າວັນທີ20ກັນຍານີ້,ມີກຳປັ່ນບັງຄັບໃຊ້ກົດໝາຍຂອງຈີນ3ລຳແລ່ນອອກຈາກທ່າເມືອງຈິງຮ່າກິ່ງແຂວງສິບສອງພັ່ນນາແຂວງຢູນນານ, ຊິ່ງໝາຍຄວາມວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ121ໄດ້ຈັດຂຶ້ນຢ່າງເປັນທາງການ.

   ໃນໄລຍະຈັດກິດຈະກຳດັ່ງກ່າວ,ຝ່າຍລາວຈະມອບຫຼຽນກ້າຫານແລະຫຼຽນກາມິດຕະພາບໃຫ້ 37 ກົມກອງແລະບຸກຄົນຂອງຝ່າຍຈີນທີ່ໄດ້ປະກອບສ່ວນອັນພົ້ນເດັ່ນເຂົ້າໃນການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ລວມທັງການຮ່ວມມືແລະແລກປ່ຽນດ້ານການບັງຄັບໃຊ້ກົດໝາຍລະຫວ່າງລາວກັບຈີນ.