ການເກັບກ່ຽວທັນຍາຫານລະດູໃບໄມ້ຫຼົ່ນໃນທົ່ວປະເທດຈີນໄດ້ສຳເລັດເກືອບ 20% ແລ້ວ

2022-09-21 10:29:27 CRI

 

    ສະພາບການຜະລິດກະສິກຳຫຼ້າສຸດທີ່ປະກາດໂດຍກະຊວງກະສິກຳ ແລະ ຊົນນະບົດຈີນສະແດງໃຫ້ເຫັນວ່າ: ປັດຈຸບັນ, ການເກັບກ່ຽວທັນຍາຫານລະດູໃບໄມ້ຫຼົ່ນໃນທົ່ວປະເທດຈີນໄດ້ສຳເລັດເກືອບ 20% ແລ້ວ. ແຫ່ງຕ່າງໆຂອງຈີນໄດ້ຮີບຮ້ອນເກັບກ່ຽວດ້ວຍເຄື່ອງຈັກໃນເວລາທ້ອງຟ້າປອດໂປ່ງສົດໃສ ເພື່ອຮັບປະກັນໃຫ້ຜົນຜະລິດທັນຍາຫານລະດູໃບໄມ້ຫຼົ່ນຖືກສະສົມໄວ້ຢູ່ໃນຄັງທັງໝົດ.