ຈັດກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77

2022-09-22 11:56:36 CRI


    ວັນທີ 20 ກັນຍານີ້, ກອງປະຊຸມອະິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກຂອງອາເມຣິກາ. ປະມຸລັດ, ຫົວຫນ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດຈະຫາລືວິທີການແກ້ໄຂບັນຫາ ແລະ ສິ່ງທ້າທາຍອັນສຳຄັນທີ່ປະຊາຄົມໂລກໄດ້ເອົາໃຈໃສ່ຮ່ວມກັນ ເຊັ່ນ: ສະຖານະການອູແກຣນ,ການປ່ຽນແປງຂອງດິນຟ້າອາກາດ, ສະພາບການແຜ່ລະບາດພະຍາດໂຄວິດ-19 ພ້ອມທັງວິກິດການຫຼາຍຢ່າງຍ້ອນປັດໄຈຈຳນວນຫຼາຍ, ການພັດທະນາຂອງໂລກ ແລະ ການປະຕິຮູບອົງການສະຫະປະຊາຊາດເປັນຕົ້ນ.


     ໃນເວລາກ່າວຄຳປາໄສ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ຮັກສາພາລະໜ້າໃຈກາງທີ່ສ້າງ ແລະ ຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ເຄົາລົບກົດໝາຍສາກົນ, ແກ້ໄຂຂໍ້ຂັດແຍ້ໂດຍຜ່ານກົນໄກສົນທະນາກັນ.