ນະຄອນຣາດຊະສີມາຂອງໄທປະສົບໄພນ້ຳຖ້ວມ ມີເຂດປະສົບໄພຫຼາຍກວ່າ70%

2022-09-22 14:55:19 cri


   ວັນທີ21ກັນຍານີ້,ກົມອຸຕຸນິຍົມວິທະຍາຂອງໄທເປີດເຜີຍໃຫ້ຮູ້ວ່າ: ນະຄອນຣາດຊະສີມາ ທາງພາກຕາເວັນອອກສຽງເໜືອຂອງໄທໄດ້ປະສົບໄພນ້ຳຖ້ວມຢ່າງຕໍ່ເນື່ອງນັບຕັ້ງແຕ່ເດືອນກໍລະກົດປີນີ້ເປັນຕົ້ນມາ. ໃນທົ່ວນະຄອນມີເຂດປະສົບໄພຫຼາຍກວ່າ70%, ເຮັດໃຫ້20ເມືອງລວມເກືອບ 9.000 ຄອບຄົວແລະມີເນື້ອທີ່ນາ 8.800 ເຮັກຕາຖືກນ້ຳຖ້ວມ, ອ່າງກັກເກັບນ້ຳຂະໜາດໃຫຍ່ 4 ແຫ່ງຂອງນະຄອນດັ່ງກ່າວໄດ້ເກັບນ້ຳໄວ້ຫຼາຍກວ່າ70%.

   ສູນບັນຊາການກູ້ໄພສຸກເສີນຂອງນະຄອນຣາດຊະສີມາໄດ້ອອກແຈ້ງການດ່ວນໃຫ້ເຂດຕ່າງໆແຈ້ງເຕືອນປະຊາຊົນກະກຽມຄວາມພ້ອມໃນທຸກເວລາໃຫ້ດີເພື່ອຮັບມືກັບໄພພິບັດທີ່ເກີດຂຶ້ນກະທັນຫັນ,ພາກສ່ວນທີ່ກ່ຽວຂ້ອງຕ້ອງເຮັດວຽກກະກຽມຍົກຍ້າຍຜູ້ປະສົບໄພແລະສະຖານທີ່ຊ່ວຍກູ້ໄພ,ພ້ອມທັງສ້ອມແປງຄູປ້ອງກັນນ້ຳຖ້ວມໃຫ້ດີ,ເຮັດໃຫ້ແມ່ນ້ຳບໍ່ມີສິ່ງກີດຂວາງ,ແລະປັບປຸງແຜນການລະບາຍນ້ຳຕາມສະພາບຕົວຈິງ.