ຜູ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ຂໍ້ລິເລີ່ມພັດທະນາທົ່ວໂລກຊຸກຍູ້ການພັດທະນາພ້ອມກັນ

2022-09-22 14:41:00 cri

    ກອງປະຊຸມລະດັບລັດຖະມົນຕີ “ໜ່ວຍເພື່ອນມິດ ຂໍ້ລິເລີ່ມພັດທະນາທົ່ວໂລກ” ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ໄດ້ຈັດຂຶ້ນໃນວັນທີ 20 ກັນຍານີ້ຕາມເວລາທ້ອງຖິ່ນ, ມີລັດຖະມົນຕີກະຊວງການຕ່າງປະເທດຈາກ 50 ກວ່າປະເທດ ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນໃນທົ່ວໂລກໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຜູ້ເຂົ້າຮ່ວມກອງປະຊຸມກ່າວວ່າ: ຂໍ້ລິເລີ່ມພັດທະນາທົ່ວໂລກທີ່ສະເໜີໂດຍຈີນນັ້ນໄດ້ຊຸກຍູ້ການພັດທະນາພ້ອມກັນໃນທົ່ວໂລກ.

ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວກ່າວວ່າ: ແນວຄິດແກນກາງຂອງຂໍ້ລິເລີ່ມພັດທະນາທົ່ວໂລກໄດ້ລວມການຖືເອົາການພັດທະນາເປັນບຸລິມະສິດ, ຖືປະຊາຊົນເປັນໃຈກາງ, ບໍ່ປະຖິ້ມປະເທດໃດໆໃຫ້ຕົກຂະບວນ, ເຊິ່ງສອດຄ່ອງກັບບັນຫາແກນກາງທີ່ມວນມະນຸດຜະເຊີນໜ້າໃນປັດຈຸບັນນີ້.


ທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທກ່າວວ່າ: ຂໍ້ລິເລີ່ມພັດທະນາທົ່ວໂລກທີ່ລັດຖະບານຈີນສະເໜີນັ້ນແມ່ນຖືກຕ້ອງກັບສະຖານະການໃນປັດຈຸບັນ, ປະເທດໄທສະໜັບສະໜັບຂໍ້ລິເລີ່ມດັ່ງກ່າວຢ່າງເຕັມທີ່, ທັງຈະເດັດດ່ຽວຮ່ວມກັບຈີນ, ໂດຍຜ່ານກົນໄກຮ່ວມມືຫຼາຍຝ່າຍ, ປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ,  ຊຸຍູ້ການແລກປ່ຽນ ແລະການຮ່ວມມືລະຫວ່າງປະເທດພວມພັດທະນາທັງຫຼາຍ.