ມຽນມາຈະກໍ່ສ້າງໂຮງຜະລິດໄຟຟ້າພະລັງງານນິວເຄຼຍຂະໜາດນ້ອຍແຫ່ງໜຶ່ງພາຍໃຕ້ການຊ່ວຍເຫຼືອຂອງຣັດເຊຍ

2022-09-22 11:51:13 CRI

 

ວັນທີ 20 ກັນຍານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານຊໍມິນທຸນໂຄສົກຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາກ່າວວ່າ, ມຽນມາຈະກໍ່ສ້າງໂຮງຜະລິດພະລັງງານໄຟຟ້ານິເຄຼຍຂະໜາດນ້ອຍແຫ່ງໜຶ່ງພາຍໃຕ້ການຊ່ວຍເຫຼືອຂອງຣັດຊຍ ເພື່ອແກ້ໄຂສະພາບການຂາດເຂີນໄຟຟ້າຂອງມຽນມາໃຫ້ດີຂຶ້ນ.

 

 ທ່ານຊໍມິນທຸນກ່າວຕື່ມວ່າ, ໂຮງຜະລິດໄຟຟ້າແຫ່ງນີ້ຈະກໍ່ສ້າງເປັນສອງພາກ. ພ້ອມນັ້ນ,ມຽນມາຈະສ້າງສູນຂໍ້ມູນແຫ່ງໜຶ່ງຢູ່ນະຄອນຢາງກຸ້ງ ເພື່ອໂຄສະນາພະລັງງານນິວເຄຼຍໃຫ້ປະຊາຊົນຮັບຮູ້ເຂົ້າໃຈ.