ປະທານFED:ຈະສືບຕໍ່ຍົກສູງອັດຕາດອກເບ້ຍ ຈົນກວ່າໄພເງິນເຟີ້ຜ່ອນຄາຍລົງ

2022-09-22 16:43:58 CRI


    ວັນທີ 21 ກັນຍານີ້, ຫຼັງຈາກທະນາຄານກາງອາເມຣິກາ ຫຼື FED ປະກາດວ່າຈະເພີ່ມອັດຕາດອກເບ້ຍ 75 ຈຸດ. ທ່ານເຈໂຣມີ ໂປວີວ ປະທານ FED ກ່າວວ່າ,ເພື່ອເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງເຖິງ 2% ແລະ ຮັກສາຄວາມໝັ້ນທ່ຽງ, ຈະສຸມກຳລັງຍົກສູງອັດຕາດອກເບ້ຍ ແລະ ຮັກສາໃຫ້ຢູ່ໃນລະດັບສູງ ຈົນກວ່າໄພເງິນເຟີ້ຜ່ອນຄາຍລົງ.