ຈີນຮຽກຮ້ອງໃຫ້ຊຸກຍູ້ຂໍ້ລິເລີ່ມພັດທະນາທົ່ວໂລກ ທຸກໆຄົນລ້ວນແຕ່ມີສິດທິມະນຸດ

2022-09-22 14:42:10 cri

 

    ວັນທີ 21 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານເຊີນຊວີ້ ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດ  ແລະອົງການຈັດຕັ້ງສາກົນອື່ນທີ່ນະຄອນເຊີແນວຂອງສວິສ ໄດ້ກ່າວຄຳປາໄສຢູ່ກອງປະຊຸມສະພາສິດທິມະນຸດຂອງອົງການສະຫະປະຊາຊາດຊຸດທີ 51, ໂດຍຮຽກຮ້ອງໃຫ້ປະຊາຄົມໂລກຊຸກຍູ້ຂໍ້ລິເລີ່ມພັດທະນາທົ່ວໂລກຢ່າງແທ້ຈິງ, ຮັບປະກັນໃຫ້ປະຊາຊົນມີສິດທິມະນຸດທີ່ທົ່ວເຖິງ, ເຕັມສ່ວນ, ແທ້ຈິງເປັນຮູບປະທຳ ແລະບັງເກີດຜົນຕາມກົດໝາຍ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

    ທ່ານເຊີນຊວີ້ກ່າວຕື່ມວ່າ: ການພັດທະນາແມ່ນພື້ນຖານຂອງການມີສິດທິມະນຸດ. ຂໍ້ລິເລີ່ມພັດທະນາທົ່ວໂລກແມ່ນຜະລິດຕະພັນສາທາລະນະອີກອັນໜຶ່ງທີ່ຈີນປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານສິດທິມະນຸດສາກົນ, ໂດຍໄດ້ຮັບການຕອບສະໜອງຢ່າງກວ້າງຂວາງຈາກປະຊາຄົມໂລກ. ຈີນຍິນດີຮ່ວມກັບບັນດາປະເທດ, ຖືການພັດທະນາເປັນໜ້າທີ່ບຸລິມະສິດ, ຊຸກຍູ້ຂໍ້ລິເລີ່ມດັ່ງກ່າວຢ່າງແທ້ຈິງ, ກະຕຸ້ນການຮ່ວມມືສາກົນດ້ານການບັນລຸວາລະການພັດທະນາແບບຍືນຍົງປີ 2030, ສົ່ງເສີມໃຫ້ບັນລຸສິດທິພັດທະນາໃນທົ່ວໂລກ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.