36 ກົມກອງແລະ ບຸກຄົນຂອງໜ່ວຍລາດຕະເວນທາງນ້ຳພະແນກປ້ອງກັນຄວາມສະຫງົບແຂວງຢູນນານໄດ້ຮັບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບຈາກກອງທັບປະຊາຊົນລາວ

2022-09-22 15:43:33 CRI


    ວັນທີ 21 ກັນຍານີ້, ພິທີໄດ້ມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບຂອງກະຊວງປ້ອງກັນປະເທດລາວຕໍ່ 36 ກົມກອງ ແລະ ບຸກຄົນຂອງໜ່ວຍລາດຕະເວນທາງນ້ຳຂອງພະແນກປ້ອງກັນຄວາມສະຫງົບແຂວງຢູນນານຈີນໄດ້ຈັດຂຶ້ນຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ.


    ໃນພິທີ, ສອງຝ່າຍຈີນ ແລະ ລາວໄດ້ຈັດການເຈລະຈາແບບໄມຕີຈິດຕໍ່ການລົງເລິກການຮ່ວມມື ແລະ ການແລກປ່ຽນກ່ຽວກັບການບັງຄັບໃຊ້ກົດໝາຍຢ່າງຕິດແທດຕົວຈິງ ແລະ ຕໍ່ເນື່ອງ.



    ໄລຍະ 11 ປີຜ່ານມານີ້, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດຄື: ຈີນ, ລາວ, ມຽນມາ ແລະ ໄທ ນັບລວມແລ້ວໄດ້ສົ່ງບຸກຄົນເຂົ້າຮ່ວມບັງຄັບໃຊ້ກົດໝາຍ 18.019 ຄົນ, ກຳປັ່ນບັງຄັບໃຊ້ກົດໝາຍ 889 ລຳ, ສຳເລັດການລາດຕະເວນບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ 120 ເທື່ອຢ່າງເຕັມເມັດເຕັມໜ່ວຍ.