ເອກອັກຄະລັດຖະທູດລາວປະຈຳຈີນ ກ່າວວ່າ: ການບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີໜຶ່ງຂອງຈີນ ໄດ້ສ່ອງແສງໃຫ້ເຫັນເຖິງບົດບາດການນຳພາອັນໜັກແໜ້ນຂອງພັກກອມມູນິດຈີນ

2022-09-22 11:19:39 cri


ວັນທີ 19 ກັນຍານີ້, ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍທ່ານກ່າວວ່າ: ການບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີໜຶ່ງຂອງຈີນ ໄດ້ສ່ອງແສງໃຫ້ເຫັນເຖິງບົດບາດການນຳພາອັນໜັກແໜ້ນຂອງພັກກອມມູນິດຈີນ.

ທ່ານນາງຄຳເພົາ ເອີນທະວັນ ກ່າວຕື່ມວ່າ: ສປປ ລາວ ແມ່ນນຳພາໂດຍພັກປະຊາຊົນປະຕິວັດລາວ ແລະ ສປ ຈີນ ແມ່ນນຳພາໂດຍພັກກອມມູນິດຈີນ, ສອງພັກມີເປົ້າໝາຍອັນດຽວກັນ ຄື: ເພືື່ອຜົນປະໂຫຍດຂອງປະຊາຊົນ ແລະເພື່ອເຮັດໃຫ້ປະຊາຊົນຢູ່ດີກິນດີ. ໃນຕະຫຼອດໄລຍະທີ່ຜ່ານມາ, ການນຳພາຂອງພັກກອມມູນິດຈີນມີບາດກ້າວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ ໄດ້ນຳພາປະເທດຈີນມີຄວາມກ້າວໜ້າໃນການພັດທະນາເສດຖະກິດສັງຄົມ ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ປະຊາຊົນມີຢູ່ມີກິນແລະມີຄວາມສຸກໃນປັດຈຸບັນ. ການທີ່ບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີໜຶ່ງໃນໂອກາດການສ້າງຕັ້ງຂອງພັກກອມມູນິດຈີນຄົບຮອບ 100 ປີ ໄດ້ສອ່ງແສງໃຫ້ເຫັນເຖິງບົດບາດການນຳພາອັນໜັກແໜ້ນຂອງພັກກອມມູນິດຈີນ.

ວັນທີ 16 ຕຸລາໜ້ານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຈະໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ. ໃນໂອກາດນີ້, ທ່ານນາງຄຳເພົາ ເອີນທະວັນ ໄດ້ສະແດງຄວາມເຊີຍຕໍ່ຜົນສຳເລັດຕະຫຼອດໄລຍະທີ່ພັກກອມມູນິດຈີນໄດ້ຊີ້ນຳນຳພາ, ແລະຄອງຄອຍຈະໄດ້ຮັບຮູ້ແຜນການການຊີ້ນຳນຳພາຂອງພັກກອມມູນິດຈີນໃນໄລຍະຕໍ່ໄປໃນກອງປະຊຸມຄັ້ງນີ້ ໂດຍສະເພາະໃນການຈັດຕັ້ງປະຕິບັດແຜນການທີ່ເຮັດໃຫ້ປະເທດຈີນກາຍເປັນປະເທດທີ່ທັນສະໄໝ, ສີວິໄລ ແລະ ປອງດອງ, ເຮັດໃຫ້ປະຊາຊົນມີຄວາມຜາສຸກໃນອະນາຄົດ.