ອາເມຣິກາຄວນຍຸດຕິການໃສ່ຮ້າຍປ້າຍສີແລະກົດດັນວິສາຫະກິດຈີນຢ່າງໄຮ້ເຫດຜົນ

2022-09-23 16:38:27 cri


   ວັນທີ22ກັນຍານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເຖິງກໍລະນີອາເມຣິກາກົດດັນວິສາຫະກິດຈີນໂດຍອ້າງອີງບັນຫາຄວາມໝັ້ນຄົງ.

   ທທ່ານຈ້າວລີ້ຈ່ຽນກ່າວວ່າ: ເລື່ອງນີ້ໄດ້ເຮັດໃຫ້ພວກເຮົາຄຶດເຖິງຫວ່າງບໍ່ດົນມານີ້ ອະດີດຜູ້ຮັບຜິດຊອບສູນຄວາມໝັ້ນຄົງທາງອິນເຕີເນັດແຫ່ງຊາດອັງກິດໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນປີ2019 ລັດຖະບານອັງກິດຕັດສິນວ່າບໍລິສັດຮວາເວີຍບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ໂດຍຍອມຮ່ວມມືກັບບໍລິສັດຮວາເວີຍ, ຫຼັງຈາກນັ້ນ ອາເມຣິກາກໍສົ່ງຫົວໜ້າລະດັບສູງທາງດ້ານວຽກງານອາຊີຂອງສະພາຄວາມໝັ້ນຄົງແຫ່ງຊາດເດີນທາງໄປອັງກິດ ໂດຍໄດ້ຮ້ອງໃສ່ຜູ້ຕາງໜ້າອັງກິດເປັນເວລາ5ຊົ່ວໂມງ,ເຊິ່ງໄດ້ບັງຄັບໃຫ້ອັງກິດປະຖິ້ມບໍລິສັດຮວາເວີຍ. ປັດຈຸບັນ ອາເມຣິກາມີເຈຕະນາຢາກຜ່ານການສ້າງກົດໝາຍໂດຍຫັນວິທີການຂົ່ມຂູ່ແບບນີ້ເປັນກະຕິກາຊ້ຳ,ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອັນທີເອີ້ນວ່າ“ລະບຽບບົນພື້ນຖານກະຕິກາ”ທີ່ນັກການເມືອງອາເມຣິກາມັກເວົ້າຢູ່ເລື້ອຍໆນັ້ນ ແມ່ນເພື່ອຜົນປະໂຫຍດເຈົ້າອຳນາດຂອງອາເມຣິກາເອງເທົ່ານັ້ນ,ເຖິງວ່າເປັນພັນທະມິດທີ່ສະໜິດສະໜົມຄືອັງກິດປານນີ້ ກໍຈະຖືກຂົ່ມຂູ່ແລະຂົ່ມເຫັງເຊັ່ນກັນ.

   ທ່ານຈ້າວລີ້ຈ່ຽນກ່າວເນັ້ນໜັກວ່າ: ຈີນໄດ້ທວງໃຫ້ອາເມຣິກາດັດແກ້ຄວາມຜິດພາດໃນທັນທີ,ຍຸດຕິການໃສ່ຮ້າຍປ້າຍສີແລະກົດດັນວິສາຫະກິດຈີນຢ່າງໄຮ້ເຫດຜົນ,ລຶບເນື້ອໃນຫຍໍ້ທໍ້ທີ່ກ່ຽວຂ້ອງກັບຈີນທີ່ລະບຸໄວ້ໃນກົດໝາຍ,ລັດຖະບານຈີນຈະສືບຕໍ່ປົກປັກຮັກສາສິດແລະຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວໜຽວແໜ້ນ.