ການແຜ່ລະບາດຂອງພະຍາດໂຄວິດ-19 ກະທົບຕໍ່ອຸດສາຫະກຳກາເຟຂອງຕີມໍເລັສເຕຢ່າງຮ້າຍແຮງ

2022-09-23 11:16:18 CRI

 

ຕີມໍເລັສເຕແມ່ນບ່ອນຜະລິດກາເຟຊີວະພາບໃຫຍ່ທີ່ສຸດໃນໂລກ, ກາເຟຕີມໍເລັສເຕມີຊື່ສຽງໂດ່ງດັງຍ້ອນມີລົດຊາດເຂັ້ມຂຸ້ນ, ປະລິມານການສົ່ງອອກກາເຟຕໍ່ປີກວມ 80% ຂອງຍອດປະລິມານການສົ່ງອອກສິນຄ້າທີ່ນອກຈາກນ້ຳມັນເຊື້ອໄຟ. ແຕ່ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ປະລິມານການສົ່ງອອກກາເຟຂອງຕີມໍເລັສເຕໄດ້ຫຼຸດລົງຢ່າງຫຼວງຫຼາຍເປັນເວລາ 2 ປີລຽນຕິດ.

 

ເພື່ອເຮັດໃຫ້ອຸດສາຫະກຳກາເຟຈະເລີເຕີບໂຕຂຶ້ນ ແລະ ຟື້ນຟູເສດຖະກິດ, ຕີມໍເລັສເຕໄດ້ສະເໜີແຜນການຟື້ນຟູອຸດສາຫະກຳກາເຟ, ລັດຖະບານກຳລັງເພີ່ມທະວີການສະໜັບສະໜູນດ້ານນະໂຍບາຍ ແລະ ເງິນທຶນ.