ກະຊວງການຄ້າຈີນ:ຈີນກັບສະຫະພາບເອີລົບເປັນຄູ່ຮ່ວມເສດຖະກິດການຄ້າອັນສຳຄັນເຊິ່ງກັນແລະກັນ ຄວນຍຶດໝັ້ນເຄົາລົບກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2022-09-23 11:12:32 CRI

 

ວັນທີ 21 ກັນຍານີ້, ສະມາຄົມການຄ້າຈີນ-ສະຫະພາບເອີລົບໄດ້ເຜີຍແຜ່“ປື້ມຂໍ້ສະເໜີວິສາຫະກິດສະຫະພາບເອີລົບຢູ່ຈີນ 2022-2023” ໂດຍເຫັນວ່າ, ຄວາມແຮງດຶງດູດທຶນຕ່າງປະເທດຂອງຈີນຫຼຸດລົງ ແຕ່ໃນຂະນະດຽວກັນວິສາຫະກິດເອີລົບຍັງຫວັງໃຫ້ກຳແໜ້ນຕະຫຼາດຈີນ. ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 22 ກັນຍານີ້, ທ່ານນາງຊູ້ເຈ໋ທີງໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນ ກັບ ສະຫະພາບເອີລົບເປັນຄູ່ຮ່ວມເສດຖະກິດການຄ້າອັນສຳຄັນເຊິ່ງກັນແລະກັນ, ຄວນຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງບົນພື້ນຖານການເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າໄດ້ຮັບຜົນປະໂຫຍດ.

 

ທ່ານນາງຊູ້ເຈ໋ທີງກ່າວຕື່ມວ່າ, ຈີນຍິນດີສືບຕໍ່ເພີ່ມທະວີການແລກປ່ຽນດ້ານນະໂຍບາເສດຖະກິດການຄ້າກັບສະຫະພາບເອີລົບ, ຮັກສາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃຫ້ມີຄວາມໝັ້ນຄົງ ແລະມີຖຽນລະພາບ, ຊຸກຍູ້ການຄ້າ ແລະ ການລົງທຶນຫັນເປັນແບບເສລີ ແລະ ແບບສະດວກ, ສະໜັບສະໜູນລັດທິຫຼາຍຝ່າຍອັນແທ້ຈິງ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເພື່ອການຟື້ນຟູເສດຖະກິດຂອງໂລກ.